ສປຊ ຮຽກຮ້ອງໃຫ້ບັນດາປະເທດພັດທະນາປະກອບສ່ວນຫຼາຍກ່ວາອີກ ເພື່ອອະນຸລັກຮັກສາຊີວະນາໆພັນ
(VOVWORLD) -ຕາມທ່ານເລຂາທິການໃຫຍ່ ສປຊ ແລ້ວ, ບັນດາກົນໄກດ້ານການເງິນສາກົນ ແລະ ບັນດາທະນາຄານພັດທະນາຫຼາຍຝ່າຍຕ້ອງດັດປັບບັນຊີລາຍຊື່ລົງທຶນທີ່ເໝາະສົມກັບການອະນຸລັກຮັກສາ ແລະ ພັດທະນາຊີວະນາໆພັນແບບຍືນຍົງ.
ທ່ານເລຂາທິການໃຫຍ່ ສປຊ Antonio Guterres ກ່າວຄຳເຫັນທີ່ກອງປະຊຸມ (ພາບ: UN/ Evan Schneider) |
ບັນດາປະເທດພັດທະນາຄວນໜູນຊ່ວຍດ້ານການເງິນ ຢ່າງແຮງໃຫ້ແກ່ບັນດາປະເທດຢູ່ຊີກໂລກໃຕ້. ວັນທີ 6 ທັນວາ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ຍົກອອກຄວາມຮຽກຮ້ອງດັ່ງກ່າວໃນບົດກ່າວປາໄສຢູ່ພິທີໄຂກອງປະຊຸມຄັ້ງທີ 15 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາ ສປຊ ກ່ຽວກັບຊີວະນາໆພັນ (COP15) ຢູ່ນະຄອນ Montreal (ການາດາ).
ຕາມທ່ານເລຂາທິການໃຫຍ່ ສປຊ ແລ້ວ, ບັນດາກົນໄກດ້ານການເງິນສາກົນ ແລະ ບັນດາທະນາຄານພັດທະນາຫຼາຍຝ່າຍຕ້ອງດັດປັບບັນຊີລາຍຊື່ລົງທຶນທີ່ເໝາະສົມກັບການອະນຸລັກຮັກສາ ແລະ ພັດທະນາຊີວະນາໆພັນແບບຍືນຍົງ. ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ຮຽກຮ້ອງໃຫ້ປະຕິບັດບັນດາແຜນການແຫ່ງຊາດເພື່ອແນໃສ່ປ່ຽນແປງການໜູນຊ່ວຍ ແລະ ຍົກເວັ້ນຫຼຸດຜ່ອນພາສີສຳລັບບັນດາການເຄື່ອນໄຫວອາດຈະທຳລາຍທຳມະຊາດ, ກໍ່ຄືຮັບຮອງ ແລະ ປົກປ້ອງບັນດາສິດຂອງປະຊາຊົນ ແລະ ປະຊາຄົມຢູ່ທ້ອງຖິ່ນ. ບັນດາຂົງເຂດເອກະຊົນຄວນຮັບຮູ້ວ່າ ຜົນປະໂຫຍດ ແລະ ການປົກປ້ອງທຳມະຊາດຕ້ອງໄປຄຽງຄູ່ນຳກັນ.