ສປປລາວກຽມພ້ອມໃຫ້ກອງປະຊຸມສຸດຍອດອາຊຽນຄັ້ງທີ28-29

ສປປລາວກຽມພ້ອມໃຫ້ກອງປະຊຸມສຸດຍອດອາຊຽນຄັ້ງທີ28-29 - ảnh 1
 ລາວ ຈັດການ​ປະ​ຊຸມ​ຂ່າວແຈ້ງ​ຂ່າວ​ກ່ຽວ​ກັບ​ການ​ກະ​ກຽມ​ໃຫ້​ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ 28-29

(vovworld)- ຕອ​ນ​ເຊົ້າ​ວັນ​ທີ 8/8 ຢູ່ ນະ​ຄອນ​ຫລວງ ວຽງ​ຈັນ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ລາວ ໄດ້​ຈັດ​ການ​ປະ​ຊຸມ​ຂ່າວ​ເພື່ອ​ແຈ້ງ​​ຂ່າວ ກ່ຽວ​ກັບ​ການ​ກະ​ກຽມ​ຂອງ​ປະ​ເທດ​ເຈົ້າ​ພາບ​ລາວ ສຳ​ລັບ​ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 28-29 ແລະ ບັນ​ດາ​ກອງ​ປະ​ຊຸມ​ກ່ຽວ​ຂ້ອງ ຈະ​ດຳ​ເນີນ​ແຕ່​ວັນ​ທີ 6-8/9 ຈະ​ມາ​ເຖິງ. ທ່ານ ພົນ​ສະ​ຫວັດ ສີ​ສຸ​ລາດ, ຫົວ​ຫນ້າ​ກົມ​ອາ​ຊຽນ, ກະ​ຊວງ​ການ​ຕ່າງ​ປະ​ເທດ ລາວ​ໃຫ້​ຮູ້​ວ່າ: ລາວ ໄດ້​ກຽມ​ພ້ອມ​ໃຫ້​ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 28-29 ນັບ​ທັງ​ຊັບ​ພະ​ຍາ​ກອນ, ພະ​ລາ​ທິ​ການ​ກໍ​ຄື​ວຽກ​ງານ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ. ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 28 ຈະ​ຖືກ​ຈັດ​ຂຶ້ນ​ດ້ວຍ​ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ. ບັນ​ດາ​ການ​ນຳ​ອາ​ຊຽນ ຈະ​ສຸມ​ໃສ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ. ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ ຄັ້ງ​ທີ 29 ຈະ​ແມ່ນ​ວາ​ລະ​ປະ​ຊຸມ​ວົງ​ແຄບ. ບັນ​ດາ​ການ​ນຳ​ຂັ້ນ​ສູງ ອາ​ຊຽນ ຈະ​ສ​ຸ​ມ​ໃສ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ພົວ​ພັນ​ການ​ຕ່າງ​ປະ​ເທດ​ຂອງ​ອາ​ຊຽນ ແລະ ກຳ​ນົດ​ທິດ​ຂອງ​ອາ​ຊຽນ​ໃນ​ອະ​ນາ​ຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ