ສປປເກົາຫລີປະຕິເສດຂໍ້ສະເຫນີເຈລະຈາບັນຫານິວເຄຼຍ,ຮຽກຮ້ອງລົງນາມໃນສົນທິສັນຍາສັນຕິພາບກັບອາເມລິກາ
ລັດຖະມົນຕີການຕ່າງປະເທດ ສປປ ເກົາຫລີ Ri Su Yong.
(: Reuters)
|
(vovworld)- ວັນທີ 17/10, ກະຊວງການຕ່າງປະເທດ ສປປ ເກົາຫລີ ໄດ້ຖະແຫລງ ປະຕິເສດຂໍ້ສະເຫນີເຊື່ອມຕໍ່ການເຈລະຈາ ເພື່ອຢຸດຕິໂຄງການນິວເຄຼຍຂອງປະເທດນີ້ ພ້ອມທັງຖະແຫລງວ່າ: ບັນດາຄວາມມານະພະຍາຍາມຄືແນວນັ້ນຖືກປະລາໄຊ. ນອກນັ້ນ ພຽງຢາງ ກໍຢ້ຳຄືນຄຳສະເຫນີ ວໍຊິງຕັນ ຕ້ອງ ເຂົ້າຮ່ວມການເຈລະຈາກ່ຽວກັບສົນທິສັນຍາ ສັນຕິພາບ. ຖະແຫລງດັ່ງກ່າວຖືກຍົກອອກພາຍຫລັງ ມື້ຫນຶ່ງທີ່ທ່ານປະທານາທິບໍດີ ອາເມລິກາ B. Obama ແລະ ທ່ານນາງ ປະທານາທິບໍດີ ສເກົາຫລີ Park Geun Hye ຖະແຫລງວ່າ: ເຂົາເຈົ້າພ້ອມແລ້ວເຈລະຈາກັບ ສປປ ເກົາຫລີ ກ່ຽວກັບບັນດາມາດຕະການລົງໂທດ ແຕ່ພຽງຢາງ ຕ້ອງສະແດງໃຫ້ເຫັນທ່າທີເຂັ້ມງວດສຳລັບການລົບລ້າງຄວາມມັກໃຫຍ່ໃຝ່ສູງດ້ານນິວເຄຼຍ. ໃນຂະນະນັ້ນ ພຽງຢາງ ຖືວ່າ: ມີພຽງແຕ່ສົນທິສັນຍາສັນຕິພາບ ກັບ ວໍຊິງຕັນ ຈຶ່ງສາມາດແກ້ໄຂການປະທະກັນຢູ່ແຫລມເກົາຫລີໄດ້.