ພາບປະກອບ
|
(vovworld) – ໃນຮອບເວລາອີກ 5 ປີ, ສປປ ເກົາຫຼີ ອາດຈະພັດທະນາລູກສອນໄຟນຳວິຖີຂ້າມທະວີບ (ICBM) ທີ່ສາມາດຍິງໄປເຖິງຜືນແຜນດິນ ອາເມລິກາ ໄດ້. ວັນທີ 17/2, ທ່ານ Vladimir Novikhov, ນັກຊ່ຽວຊານໃນຂົງເຂດນິວເຄຼຍ ແລະ ລູກສອນໄຟ ລັດເຊຍ, ສັງກັດສູນຄົ້ນຄ້ວາກະຊວງປ້ອງກັນປະເທດ, ສະຖາບັນຄົ້ນຄ້ວາຍຸດທະສາດ ລັດເຊຍ, ໃຫ້ຮູ້ວ່າ: ລູກສອນໄຟ Pukguksong – 2 ທີ່ ສປປ ເກົາຫຼີ ຍິງເມື່ອວັນທີ 12/2 ແມ່ນລູກສອນໄຟນຳວິຖີໄລຍະກາງ (IRBM). ເຫດຍິງທົດລອງລູກສອນໄຟນີ້ແມ່ນບາດກ້າວກະໂດດຂັ້ນອັນໃຫຍ່ກ່ຽວກັບດ້ານເຕັກນິກ ແລະ ການທະຫານຂອງປະເທດນີ້ ທັງເປັນບາດກ້າວໄລຍະກາງເພື່ອໃຫ້ ພຽງຢາງ ຜະລິດລູກສອນໄຟນຳວິຖີຂ້າມທະວີບ (ICBM) ທີ່ສາມາດຈະຍິງໄປເຖິງຜືນແຜນດິນຂອງ ອາເມລິກາ ໄດ້. ທ່ານ Novikhov ກໍ່ຄາດຄະເນວ່າ ພາຍໃນເວລາພຽງ 5 – 7 ປີອີກ, ໂລກຈະຕ້ອງປະເຊີນໜ້າກັບປະເທດມະຫາອຳນາດນິວເຄຼຍກຳມະສິດລູກສອນໄຟ ICBM ນຳໃຊ້ເຊື້ອເພີງແຂງ. ຖ້າຫາກແນວນັ້ນ, ເລື່ອງຄວບຄຸມສະພາບການຈະຫຍຸ້ງຍາກກ່ວາຫຼາຍເມື່ອທຽບໃສ່ປະຈຸບັນ.