ສປປ.ເກົາຫຼີເລ່ັງລັດ ອາເມລິກາ ປະຕິບັດຂໍ້ຕົກລົງຢູ່ກອງປະຊຸມສຸດຍອດ ສິງກະໂປ
(VOVWORLD) -ທ່ານ Kim Song ຖືວ່າ “IAEA ບໍ່ສົນໃຈເຖິງສະພາບການຕົວຈິງບົນແຫຼມເກົາຫຼີ”, ພ້ອມທັງຊີ້ແຈ້ງວ່າຝ່າຍ ສປປ.ເກົາຫຼີ ໄດ້ເປັນເຈົ້າການໃນຄວາມມານະພະຍາຍາມເພື່ອສ້າງສັນຕິພາບທີ່ຍາວນານຢູ່ແຫຼມເກົາຫຼີ.
ທ່ານ Kim Song ເອກອັກຄະລັດຖະທູດ ສປປ.ເກົາຫຼີ ກ່າວຄຳເຫັນທີ່ສະຫະປະຊາຊາດ
(ພາບ: TTXVN)
|
ວັນທີ 11 ພະຈິກ, ທ່ານ Kim Song ເອກອັກຄະລັດຖະທູດ ສປປ.ເກົາຫຼີ ປະຈຳສະຫະປະຊາຊາດ ໄດ້ເລ່ງລັດ ອາເມລິກາ ປະຕິບັດຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງການນຳສອງປະເທດຢູ່ກອງປະຊຸມສຸດຍອດ ຢູ່ ສິງກະໂປໃນປີ ກາຍນິ້ີ້, ພ້ອມທັງເນັ້ນໜັກ ວ່າ ຄວາມຄືບໜ້າໃນການພົວພັນຂອງສອງປະເທດບັນລຸໄດ້ໜ້ອຍ ຍ້ອນ ບັນດາການເກາະຜິດທາງທະຫານ ແລະ ການເມືອງຈາກຝ່າຍວໍຊິງຕັນ. ກ່າວຄຳເຫັນທີ່ກອງປະຊຸມຂອງສະມັດຊາໃຫຍ່ ສປຊ ກ່ຽວກັບອົງການພະລັງງານ ນິວເຄຼຍ ສາກົນ (IAEA), ທ່ານ Kim Song ຖືວ່າ “IAEA ບໍ່ສົນໃຈເຖິງສະພາບການຕົວຈິງບົນແຫຼມເກົາຫຼີ”, ພ້ອມທັງຊີ້ແຈ້ງວ່າຝ່າຍ ສປປ.ເກົາຫຼີ ໄດ້ເປັນເຈົ້າການໃນຄວາມມານະພະຍາຍາມເພື່ອສ້າງສັນຕິພາບທີ່ຍາວນານຢູ່ແຫຼມເກົາຫຼີ. ເລື່ອງປະຕິບັດຂໍ້ຕົກລົງ ສິງກະໂປ ແມ່ນສິ່ງຕົ້ນຕໍເພື່ອປັບປຸງສັນຕິພາບ ແລະ ຄວາມໝັ້ນຄົງ.