ສປປ.ເກົາຫຼີແຈ້ງການຍິງອາວຸດພາທາງຍຸດທະວິທີປະເພດໃໝ່

(VOVWORLD) -       ວັນທີ 26 ກໍລະກົດ, ສຳນັກຂ່າວສານສູນກາງສປປ.ເກົາຫຼີ (KCNA) ໃຫ້ຂ່າວວ່າ, ປະເທດນີ້ໄດ້ຍິງ “ອາວຸດພາທາງຍຸດທະວິທີປະເພດໃໝ່” ຕາມຄຳຊີ້ນຳຂອງການນຳ Kim Jong un.

ຖະແຫຼງການດັ່ງກ່າວຖືກຍົກອອກມາ ພາຍຫຼັງພຽງຢາງ ຍິງວັດຖຸບິນ 2 ປະເພດ ເຊິ່ງສ.ເກົາຫຼີ ຖືວ່າແມ່ນລູກສອນໄຟນຳວິຖີໄລຍະສັ້ນມຸ່ງໄປທາງທະເລຍີ່ປຸ່ນ. ຕາມ KCNA ແລ້ວ, ບັນດາເຫດຍິງດັ່ງກ່າວແມ່ນເພື່ອສົ່ງຄຳກ່າວເຕືອນໄປເຖິງ “ບັນດາຜູ້ທີ່ພວມເດີນຕາມລັດທິຂຸນເສິກ” ຢູ່ສ.ເກົາຫຼີ ທີ່ພວມຊຸກຍູ້ການຜັນຂະຫຍາຍບັນດາອາວຸດປະເພດໃໝ່ໃນຜືນແຜ່ນດິນສ.ເກົາຫຼີ ແລະ ດຳເນີນບັນດາການຊ້ອມຮົບດ້ານການທະຫານ. KCNA ຊີ້ແຈ້ງວ່າ, ການນຳ Kim Jong un ໄດ້ເນັ້ນໜັກວ່າ, ສປປ.ເກົາຫຼີ ຕ້ອງພັດທະນາບັນດາລະບົບອາວຸດທີ່ມີຄວາມແຮງທີ່ສຸດ ເພື່ອປັດເຂ່ຍບັນດາໄພທີ່ຊ້ອນແຝງ ແລະ ນາບຂູ່ໂດຍກົງເຖິງຄວາມໝັ້ນຄົງຂອງປະເທດນີ້ິ້.

        ໃນເຫດການທີ່ກ່ຽວຂ້ອງ, ວັນທີ 25 ກໍລະກົດ, ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo ໄດ້ສະແດງຄວາມຫວັງວ່າ, ບັນດາການເຈລະຈາຂັ້ນນັກວິຊາການລະຫວ່າງອາເມລິກາ ແລະ ສປປ.ເກົາຫຼີ ອາດຈະໄດ້ເຊື່ອມຕໍ່ຄືນໃໝ່ໃນເວລາ 2 – 3 ອາທິດຈະມາເຖິງ ໂດຍບໍ່ຫົວຊາຕໍ່ເລື່ອງວັນທີ 24 ກໍລະກົດ, ພຽງຢາງ ໄດ້ຍິງທົດລອງ “ອາວຸດພາທາງຍຸດທະວິທີປະເພດໃໝ່”.

ຕອບກັບ

ຂ່າວ/ບົດ​ອື່ນ