ສປປ.ເກົາຫຼີ ຍິງລູກປືນໃຫຍ່ໃສ່ເຂດທະເລທາງທິດຕາເວັນອອກຢ່າງລຽນຕິດ
(VOVWORLD) - ວັນທີ 06 ທັນວາ, ສປປ.ເກົາຫຼີ ໄດ້ຍິງລູກປືນໃຫຍ່ປະມານ 90 ລູກ ແຕ່ຕອນເວລາ 10 ໂມງເຊົ້າຈົນໄປຮອດຕອນບ່າຍ ຈາກເມືອງ Kosong, ແຂວງ Kangwon ໃສ່ເຂດທະເລທາງທິດຕາເວັນອອກ.
ການຍິງລູກປືນໃຫຍ່ຂອງ ສປປ.ເກົາຫຼີ (ພາບ: AFP/TTXVN) |
ສະພາເສນາທິການກຳລັງທະຫານປະສົມ ສ.ເກົາຫຼີ (JCS) ໃຫ້ຮູ້ວ່າ ວັນທີ 06 ທັນວາ, ສປປ.ເກົາຫຼີ ໄດ້ຍິງລູກປືນໃຫຍ່ປະມານ 90 ລູກ ແຕ່ຕອນເວລາ 10 ໂມງເຊົ້າຈົນໄປຮອດຕອນບ່າຍ ຈາກເມືອງ Kosong, ແຂວງ Kangwon ໃສ່ເຂດທະເລທາງທິດຕາເວັນອອກ. ເວລາ 18 ໂມງແລງ, ຢູ່ເມືອງ Kumgang ໃນແຂວງດັ່ງກ່າວກໍໄດ້ຍິງຕື່ມອີກປະມານ 10 ຄັ້ງ. ສປປ.ເກົາຫຼີ ກໍຢັ້ງຢືນຕໍ່ການຍິງປືນໃຫຍ່ດັ່ງກ່າວ, ພ້ອມທັງໃຫ້ຮູ້ວ່າ ປະເທດນີ້ໄດ້ຍິງລູກປືນໃຫຍ່ 82 ລູກ ຈາກຫຼາຍຖານຍິງປືນໃຫຍ່ໃນຮອບເວລາ 8 ຊົ່ວໂມງເຄິ່ງ ເພື່ອຄັດຄ້ານການຊ້ອມຮົບຮ່ວມ ຢູ່ໃກ້ເຂດຊາຍແດນ ລະຫວ່າງ ສ.ເກົາຫຼີ ແລະ ອາເມລິກາ.
ກ່ອນໜ້ານັ້ນ, ວັນທີ 05 ທັນວາ, ສປປ.ເກົາຫຼີ ກໍຍິງລູກປືນໃຫຍ່ປະມານ 130 ລູກ ໃສ່ “ເຂດກັນຊົນ” ຢູ່ເຂດທະເລທາງທິດຕາເວັນອອກ ແລະ ທິດຕາເວັນຕົກ.
ຝ່າຍ ສ.ເກົາຫຼີ ຖືວ່າ ການກະທຳຫຼ້າສຸດຂອງ ສປປ.ເກົາຫຼີ ໄດ້ລະເມີດສັນຍາມທາງການທະຫານລະຫວ່າງສອງຝ່າຍ ແລະ ຮຽກຮ້ອງ ໃຫ້ຝ່າຍ ພຽງຢາງ ຢຸດຕິການກະທຳດັ່ງກ່າວ.