ສ​ປ​ປ.ເກົາຫຼີ ຍິງ​ລູກ​ສອນ​ໄຟ​ຕິດ​ປີກ​ອອ​ກ​ສູ່​ທະ​ເລ ຮ່​ວາງ​ຫາຍ

(VOVWORLD) - ສະພາເສນາທິການທະຫານປະສົມ ສ.ເກົາຫຼີ (JSC)  ໃຫ້ຮູ້ວ່າ ເຫດການຍິງລູກຍອນໄຟດັ່ງກ່າວ ເລີ່ມແຕ່ເວລາປະມານ 4 ໂມງເຊົ້າຂອງວັນທີ 2 ກັນຍາ.
ສ​ປ​ປ.ເກົາຫຼີ ຍິງ​ລູກ​ສອນ​ໄຟ​ຕິດ​ປີກ​ອອ​ກ​ສູ່​ທະ​ເລ ຮ່​ວາງ​ຫາຍ - ảnh 1

ໂທລະພາບ ສ.ເກົາຫຼີ ອອກຂ່າວກ່ຽວກັບເຫດການຍິງລູກສອນໄຟຂອງ ສປປ.ເກົາຫຼີ ເມື່ອວັນທີ  31/8/2023 (ພາບ: AP)

 ຕອນເຊົ້າວັນທີ 2 ກັນຍາ, ກອງທັບ ສ.ເກົາຫຼີ ໃຫ້ຮູ້ວ່າ ສປປ.ເກົາຫຼີ ໄດ້ຍິງລູກຍອນໄຟຕິດປີກໄປສູ່ເຂດທະເລ ຮ່ວາງຫາຍ ພາຍຫຼັງເວລາທີ່ ສ.ເກົາຫຼີ ແລະ ອາເມລິກາ ຫາກໍ່ສິ້ນສຸດການຊ້ອມຮົບປະຈຳປີຂະໜາດໃຫ່ຍພຽງ 2,3 ວັນ.

ສະພາເສນາທິການທະຫານປະສົມ ສ.ເກົາຫຼີ (JSC)  ໃຫ້ຮູ້ວ່າ ເຫດການຍິງລູກຍອນໄຟດັ່ງກ່າວ ເລີ່ມແຕ່ເວລາປະມານ 4 ໂມງເຊົ້າຂອງວັນທີ 2 ກັນຍາ. ປະຈຸບັນ, JSC ພວມຮັກສາສະພາບການກຽມພ້ອມສູ້ຮົບ ແລະ ເພີ່ມທະວີການຕິດຕາມກວດກາບັນດາການກະທຳຕໍ່ໄປຂອງ ພຽງຢາງ.

ຕອບກັບ

ຂ່າວ/ບົດ​ອື່ນ