ສປປ.ເກົາຫຼີ ປະກາດກ່ຽວກັບການທົດລອງເຕັກໂນໂລຢີໃໝ່ໃນຂົງເຂດປ້ອງກັນຊາດ
(VOVWORLD) -ບັນດາກຳລັງທີ່ເປັນປໍລະປັກໃນນັ້ນມີ ອາເມລິກາ ຄວນລະມັດລະວັງໃນການກະທຳ, ບໍ່ຄວນເກາະຜິດໃນຈຸດເວລາທີ່ໂລກພວມກະກຽມກ້າວເຂົ້າສູ່ປີໃໝ່.
(ພາບປະກອບ: AFP/TTXVN)
|
ວັນທີ 14 ທັນວາ, ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ໄດ້ຄັດຄຳເວົ້າຂອງທ່ານ Park Jong – Chon ເສນາທິການໃຫຍ່ກອງທັບ ສປປ.ເກົາຫຼີ ເຊິ່ງໄດ້ປະກາດບັນດາການທົດລອງເຕັກໂນໂລຢີໃນຂົງເຂດປ້ອງກັນຊາດໃນມໍ່ໆມານີ້ ແມ່ນເພື່ອແນໃສ່ຮັບມືກັບບັນດາໄພນາບຂູ່ທາງດ້ານນິວເຄຼຍຂອງ ອາເມລິກາ. ທ່ານ Park Jong – Chon ໄດ້ກ່າວເຕືອນວ່າ ບັນດາກຳລັງທີ່ເປັນປໍລະປັກໃນນັ້ນມີ ອາເມລິກາ ຄວນລະມັດລະວັງໃນການກະທຳ, ບໍ່ຄວນເກາະຜິດໃນຈຸດເວລາທີ່ໂລກພວມກະກຽມກ້າວເຂົ້າສູ່ປີໃໝ່.
ຄຳຖະແຫຼງດັ່ງກ່າວ ໄດ້ຍົກອອກມາ ພາຍຫຼັງທີ່ ສປປ.ເກົາຫຼີ ໃຫ້ຮູ້ ໄດ້ດຳເນີນການທົດລອງຄັ້ງທີ 2 ຢ່າງສຳເລັດຜົນຢູ່ຮາກຖານ ລູກສອນໄຟ ແລະ ດາວທຽມ ເປັນເວລາ 2 – 3 ຊົ່ວໂມງ. ການທົດລອງດັ່ງກ່າວ ກໍໄດ້ດໍາເນີນ ພາຍຫຼັງ ສປປ.ເກົາຫຼີ ໄດ້ດຳເນີນເຫດການທົດລອງເປັນເວລາ ອາທິດໜຶ່ງ ເຊິ່ງ ພຽງຢາງກໍໄດ້ເນັ້ນໜັກວ່າ ແມ່ນສຳຄັນທີ່ສຸດ.