ສ​ປ​ປ.ເກົາຫຼີ ສື​ບ​ຕໍ່​ຍິງ​ທົດ​ລອງ​ລູກ​ສອນ​ໄຟ

(VOVWORLD) -ສປປ.ເກົາຫຼີ ອາດຈະຍິງ 2 ວັດຖຸ ທີ່ໄດ້ຮັບຖືວ່າ ແມ່ນລູກສອນໄຟນຳວິຖີໄລຍະສັ້ນ ອອກສູ່ເຂດທະເລທາງທິດຕາເວັນອອກແຫຼມ ເກົາຫຼີ ກ່ອນໜ້ານັ້ນໜຶ່ງວັນ. 
ສ​ປ​ປ.ເກົາຫຼີ ສື​ບ​ຕໍ່​ຍິງ​ທົດ​ລອງ​ລູກ​ສອນ​ໄຟ - ảnh 1ໂທລະພາບ ສ.ເກົາຫຼີ ໃຫ້ຂ່າວກ່ຽວກັບການຍິງສອນໄຟຂອງ ສປປ.ເກົາຫຼີ (ພາບ: AFP/TTXVN)

ວັນທີ 17 ມັງກອນ, ກອງທັບ ສ.ເກົາຫຼີ ໃຫ້ຮູ້ວ່າ ສປປ.ເກົາຫຼີ ອາດຈະຍິງ 2 ວັດຖຸ ທີ່ໄດ້ຮັບຖືວ່າ ແມ່ນລູກສອນໄຟນຳວິຖີໄລຍະສັ້ນ ອອກສູ່ເຂດທະເລທາງທິດຕາເວັນອອກແຫຼມ ເກົາຫຼີ ກ່ອນໜ້ານັ້ນໜຶ່ງວັນ. ເຫດຍິງທົດລອງດັ່ງກ່າວ ໄດ້ຮັບການປະຕິບັດຢູ່ເຂດໃກ້ກັບສະໜາມບິນ ຊູນານ ຢູ່ນະຄອນຫຼວງ ພຽງຢາງ.

ກ່ອນໜ້ານັ້ນ, ກຳລັງປ້ອງກັນທະເລ ຍີ່ປຸ່ນ ກໍຖືວ່າ ວັດຖຸບິນ ເຊິ່ງ ສປປ.ເກົາຫຼີ ຍິງໄປນັ້ນ ເບິ່ງຄືວ່າແມ່ນລູກສອນໄຟນຳວິຖີ ອາດຈະຕົກລົງສູ່ເຂດນອກເຂດເສດຖະກິດພິເສດຂອງ ຍີ່ປຸ່ນ. ນີ້ແມ່ນເຫດຍິງລູກສອນໄຟຄັ້ງທີ 4 ຂອງ ພຽງຢາງ ນັບແຕ່ຕົ້ນປີມານີ້.


 

ຕອບກັບ

ຂ່າວ/ບົດ​ອື່ນ