ສປປ.ເກົາຫຼີ ສືບຕໍ່ຮຽກຮ້ອງໃຫ້ ອາເມລິກາ ປະລະນະໂຍບາຍເປັນປໍລະປັກ
(VOVWORLD) - ວັນທີ 20 ພະຈິກ, ທ່ານນາງ Choe Son-hui ຮອງລັດຖະມົນຕີກະຊວງການຕ່າງປະເທດ ສປປ.ເກົາຫຼີ ສືບຕໍ່ຮຽກຮ້ອງໃຫ້ ອາເມລິກາ ປະລະ “ນະໂຍບາຍເປັນປໍລະປັກ” ຕ້ານ ພຽງຢາງ ແລະ ຖືວ່າ: ບັນຫາປອດນິວເຄຼຍ ພຽງແຕ່ໄດ້ຮັບການປຶກສາຫາລືອີກຄັ້ງໜຶ່ງຢູ່ບັນດາການເຈລະຈາໃນອະນາຄົດເທົ່ານັ້ນ ພາຍຫລັງນະໂຍບາຍນີ້ຖືກລົບລ້າງ.
ກ່າວຄຳເຫັນພາຍຫລັງການພົບປະກັບບັນດາເຈົ້າໜ້າທີ່ຂັ້ນສູງ ລັດເຊຍ, ໃນນັ້ນມີທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergei Lavrov ຢູ່ມົດສະກູ, ເມື່ອເຕື້ອງເຖິງແງ່ຫວັງດຳເນີນການພົບປະສຸດຍອດຄັ້ງຕໍ່ໄປລະຫວ່າງທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ການນຳ ສປປ.ເກົາຫຼີ Kim Jong-un, ທ່ານນາງ Choe Son-hui ຮອງລັດຖະມົນຕີກະຊວງການຕ່າງປະເທດ ສປປ.ເກົາຫຼີ ໃຫ້ຮູ້ວ່າ: ສປປ.ເກົາຫຼີ ບໍ່ສົນໃຈເຖິງບັນຫານີ້ ຖ້າຫາກ ອາເມລິກາ ຍັງຮັກສານະໂຍບາຍເປັນປໍລະປັກໄວ້ຢູ່.
ທ່ານນາງ Choe Son-hui (ພາບ: AFP) |
ໃນຊຸມວັນມໍ່ໆມານີ້, ບັນດານັກເຈລະຈາກ່ອນນີ້ ແລະ ປັດຈຸບັນຂອງ ສປປ.ເກົາຫຼີ ໄດ້ຮຽກຮ້ອງໃຫ້ ອາເມລິກາ ປະລະອັນທີ່ ພຽງຢາງ ເອີ້ນວ່າແມ່ນ “ນະໂຍບາຍເປັນປໍລະປັກ” ຢ່າງຕໍ່ເນື່ອງ, ແມ່ນການກະທຳເບິ່ງຄືວ່າ ແນໃສ່ກໍ່ຄວາມກົດດັນ ເພື່ອໃຫ້ ວໍຊິງຕັນ ສະແດງອອກຄວາມມີໄຫວພິບກ່ວາ ໃນການເຈລະຈາດ້ານນິວເຄຼຍທີ່ພວມຕົກເຂົ້າສູ່ສະພາບບໍ່ມີທາງອອກ.