ສປປ.ເກົາຫຼີ ສາມາດຍິງທົດລອງລູກສອນໄຟນຳວິຖີໄລຍະໄກໃນບໍ່ວ່າເວລາໃດໝົດ
(ພາບປະກອບ)
(vovworld) - ສປປ.ເກົາຫຼີ ຖະແຫຼງວ່າ ປະເທດນີ້ສາມາດຍິງທົດລອງລູກສອນໄຟນຳວິຖີໄລຍະໄກ (ICBM) ໃນບໍ່ວ່າເວລາໃດ ແລະ ສະຖາທີ່ໃດໂດຍການນຳ Kim Jong Un ກຳນົດ. ວັນທີ 08/01 ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ຄັດຄຳເວົ້າຂອງໂຄສົດກະຊວງການຕ່າງປະເທດ ສປປ.ເກົາຫຼີ ກ່າວຫາ ອາເມລິກາ ແມ່ນສາຍເຫດທີ່ພາໃຫ້ ສປປ.ເກົາຫຼີ ພັດທະນາ ICBM ໃນຂະນະທີ່ປະເທດນີ້ ຍັງຄົງນຳໃຊ້ນະໂຍບາຍທີ່ຫລ້າຫລັງຕ້ານ ສປປ.ເກົາຫຼີ ໃນສິບໆປີຜ່ານມາ.
ໃນຂະນະນັ້ນ, ອາເມລິກາ ຕີລາຄາຄວາມສາມາດນິວເຄຼຍ ແລະ ລູກສອນໄຟຂອງ ສປປ.ເກົາຫຼີ ມີການປັບປຸງກ່ຽວກັບຄຸນນະພາບ ພາຍຫລັງການທົດລອງນິວເຄຼຍໃນລະດັບບໍ່ເຄີຍເຫັນໃນປີຜ່ານມາ. ສປປ.ເກົາຫຼີ ສາມາດ ກ້າວໄປເຖິງເລື່ອງຍິງທົດລອງ ICBM, ແຕ່ປະເທດນີ້ ຈະຕ້ອງເສຍເວລາເປັນຫລາຍປີ ເພື່ອຜະລິດສຳເລັດອາວຸດດັ່ງກ່າວ.