(vovworld) - ວັນທີ 20/05, ສປປ.ເກົາຫຼີ ໄດ້ກະຕຸກຊຸກຍູ້ ສ.ເກົາຫຼີ ສະແດງຫຼັກໝັ້ນກ່ຽວກັບອະນາຄົດຂອງເຂດອຸດສາຫະກຳຮ່ວມ Kaesong ຢ່າງຈະແຈ້ງ, ແມ່ນສັນຍາລັກແຫ່ງການຮ່ວມມືພຽງອັນດຽວລະຫວ່າງ 2 ພາກເກົາຫຼີ ໃນຫຼາຍປີມານີ້ ແຕ່ຕ້ອງຢຸດຕິການເຄື່ອນໄຫວແຕ່ວັນທີ 03/04 ຍ້ອນຄວາມເຄັ່ງຕຶງລະຫວ່າງ 2 ປະເທດ. ຄຳຖະແຫຼງຂອງກົມໃຫຍ່ຊີ້ນຳການພັດທະນາເຂດອຸດສາຫະກຳພິເສດຂອງປະເທດນີ້ໃຫ້ຮູ້ວ່າ ພຽງຢາງ ຈະມີບາດກ້າວເດີນທີ່ເໝາະສົມໂດຍອີງໃສ່ຄຳຕອບຂອງ ເຊີອຸນ ກ່ຽວກັບ “ບັນດາບັນຫາຫຼັກແຫຼ່ງ”, ໃນນັ້ນມີເລື່ອງ ສ.ເກົາຫຼີ ຕ້ອງຢຸດທຸກການຊ້ອມຮົບຮ່ວມກັບອາເມລິກາ ເຊິ່ງໄດ້ຖືກຖືວ່າແມ່ນເງື່ອນໄຂຕັດສິນຊີ້ຂາດໃຫ້ແຫ່ການເປີດປະຕູເຂດອຸດສາຫະກຳ Kaesong ຄືນໃໝ່. ຄຳຖະແຫຼງກໍຊີ້ແຈ້ງວ່າ, ຖ້າຫາກຢາກຫັນການເຄື່ອນໄຫວຢູ່ເຂດອຸດສາຫະກຳ Kaesong ເປັນປົກກະຕິ, ເຊີອຸນ ຕ້ອງຢຸດຕິບັນດາຖະແຫຼງການທີ່ເປັນປໍລະປັກ ແລະ ການເຄື່ອນໄຫວສູ້ຢັນຕ່າງໆກັບພຽງຢາງ, ພ້ອມກັນນັ້ນ, ບໍ່ສືບຕໍ່ທ່ວງໃຫ້ດຳເນິນການເຈລະຈາກ່ຽວກັບບັນດາບັນຫາທີ່ບໍ່ຈຳເປັນ.