(vovworld) – ສຳນັກຂ່າວສານ ຊິນຮວາຄັດສະເໜີແຫຼ່ງຂ່າວຂອງສຳນັກຂ່າວສານ ສ ເກົາຫຼີ Yonhap ໂດຍໃຫ້ຮູ້ວ່າ: ວັນທີ 18/5, ສປປ ເກົາຫຼີໄດ້ຍິງລູກສອນໄຟໄລຍະສັ້ນ 3 ລູກເຂົ້າທະເລ ຍີ່ປຸ່ນ. ກະຊວງປ້ອງກັນປະເທດ ສ ເກົາຫຼີ ໄດ້ພົບເຫັນລູກສອນໄຟ 2 ລູກໃນຕອນເຊົ້າ ແລະ ລູກໜຶ່ງໃນຕອນບ່າຍ. ກະຊວງປ້ອງກັນປະເທດ ສ ເກົາຫຼີ ຮັບຮູ້ວ່າບັນດາກໍລະນີຍິງລູກສອນໄຟດັ່ງກ່າວອາດຈະນອນໃນຂອບເຂດການຊ້ອມຮົບ ຫຼື ທົດລອງ. ເຊີອູນ ພວມລະມັດລະວັງລະດັບສູງ, ກຽມພ້ອມຮັບມື້ຕໍ່ບໍ່ວ່າໄພນາບຂູ່ໃດໆ. ໃນຂະນະນັ້ນ, ສຳນັກຂ່າວສານ ຍີ່ປຸ່ນ Kyodo ໃຫ້ຮູ້ວ່າ: ເຈົ້າໜ້າທີ່ ຍີ່ປຸ່ນ ທ່ານໜຶ່ງຮັບຮູ້ວ່າ ສປປ ເກົາຫຼີ ໄດ້ຍິງລູກສອນໄຟໄລຍະສັ້ນ, ແຕ່ລູກສອນໄຟນີ້ບໍ່ຕົກໃສ່ເຂດນ່ານທະເລຂອງ ຍີ່ປຸ່ນ. ການກະທຳດັ່ງກ່າວຂອງ ສປປ ເກົາຫຼີ ຖືກດຳເນີນພາຍຫຼັງການຊ້ອມຮົບທະຫານເຮືອຮ່ວມລະຫວ່າງ ສ ເກົາຫຼີ ແລະ ອາເມລິກາ ໃນອາທິດນີ້, ເຊິ່ງຖືກ ພຽງຢ່າງ ຕິຕຽນວ່າ: ແມ່ນການກະທຳເກາະຜິດ ແລະ “ການຊ້ອມຮົບເພື່ອສົງຄາມ”