ສປປ ເກົາຫຼີ ບໍ່ປ່ຽນແປງນະໂຍບາຍ
ການນຳ Kim Jong Un ພົບປະກັບທະຫານເມື່ອວັນທີ 27/7
(ພາບ: ສຳນັກຂ່າວສານ ຊິງຮວາ)
(vovworld) - ໃນແຫຼ່ງຂ່າວອອກວັນທີ 29/7, ສຳນັກຂ່າວສານສູນກາງ ສປປ ເກົາຫຼີ (ຫຼື KCNA) ຢັ້ງຢືນວ່າ: ບໍ່ມີການປ່ຽນແປງນະໂຍບາຍຢູ່ ສປປ ເກົາຫຼີ. ໂດຍຄັດສະເໜີຄຳເວົ້າຂອງໂຄສົກຄະນະກຳມະການເອກະພາບສັນຕິພາບຂອງ ສປປ ເກົາຫຼີ, KCNA ໃຫ້ຮູ້ວ່າ: ບໍ່ມີການປ່ຽນແປງໃດໆ, ເຖິງວ່າແມ່ນນ້ອຍທີ່ສຸດໃນນະໂຍບາຍທັງໝົດຂອງ ສປປ ເກົາຫຼີ ຍ້ອນວ່າ: ທຸກໆນະໂຍບາຍລ້ວນແຕ່ໄດ້ຮັບການປະຕິບັດຕາມເສັ້ນທາງເຊິ່ງບັນດາການນຳລຸ້ນກ່ອນໄດ້ວາງອອກ, ເພື່ອແນໃສ່ປະຕິບັດສຳເລັດບັນດາຈຸດໝາຍໄດ້ວາງອອກ. ສປປ ເກົາຫຼີ ພວມຜັນຂະຫຍາຍບັນດານະໂຍບາຍທີ່ມີລັກສະນະຍຸດທະສາດ ແລະ ຍຸດໂທບາຍໃໝ່ ເຮັດແນວໃດໃຫ້ເໝາະສົມກັບສະພາບການມີການຜັນແປຄືປະຈຸບັນ, ພ້ອມທັງຢືນຢັນວ່າ ການນຳ ສປປ ເກົາຫຼີ ບໍ່ທຳລາຍນະໂຍບາຍທີ່ໄດ້ວາງອອກໃນເມື່ອກ່ອນ. ຖະແຫຼງການດັ່ງກ່າວໄດ້ຍົກອອກມາ ໃນສະພາບການນັບມື້ນັບມີການຄາດຄະເນຫຼາຍຢ່າງວ່າ: ສປປ ເກົາຫຼີ ອາດຈະພວມດຳເນີນບັນດາການປ່ຽນແປງພາຍໃຕ້ການບໍລິຫານຂອງການນຳ Kim Jong Un.