ສປປ ເກົາຫຼີ ສືບຕໍ່ຊຸກຍູ້ ສ ເກົາຫຼີ ປະຕິບັດຂໍ້ຕົກລົງຂັ້ນສຸດຍອດ

(VOVWORLD) - ວັນທີ 12 ມິຖຸນາ, ສປປ ເກົາຫຼີ ຊຸກຍູ້ໃຫ້ ສ ເກົາຫຼີ ປະຕິບັດຖະແຫຼງການທີ່ໄດ້ລົງນາມໃນການພົບປະຂັ້ນສຸດຍອດລະຫວ່າງ 2 ປະເທດໃນປີ 2000, ຖືວ່າ ສິ່ງດັ່ງກ່າວຈະຊ່ວຍເພີ່ມທະວີການພົວພັນລະຫວ່າງ 2 ຝ່າຍກໍ່ຄືເປີດເສັ້ນທາງສັນຕິພາບໃຫ້ແກ່ແຫຼມ ເກົາຫຼີ. 
ສປປ ເກົາຫຼີ ສືບຕໍ່ຊຸກຍູ້ ສ ເກົາຫຼີ ປະຕິບັດຂໍ້ຕົກລົງຂັ້ນສຸດຍອດ - ảnh 1 ທະຫານ ສ ເກົາຫຼີ ຢູ່ປ້ອມກວດກາໃນເສັ້ນທາງພາໄປເຖິງເຂດອຸດສາຫະກຳ Kaesong

(ພາບ: AFP/TTXVN)

ຂໍ້ຕົກລົງທີ່ໄດ້ລົງນາມໃນເຊັນເດືອນ  ມິຖຸນາ ປີ 2000 ແມ່ນພື້ນຖານໃຫ້ແກ່ຄວາມປອງດອງ ແລະ ທ້ອນໂຮມປະເທດຊາດເປັນເອກະພາບກໍ່ຄືຈຸດເລີ່ມຕົ້ນເພື່ອແກ້ໄຂບັນຫາໃນການພົວພັນລະຫວ່າງ 2 ຝ່າຍ. ຜົນສັດສິດ ແລະ ຜົນກະທົບຂອງຂໍ້ຕົກລົງນີ້ສຳລັບທຸກໆຄົນໃນແຫຼມ ເກົາຫຼີ ໄດ້ພິສູດໃນສະພາບຕົວຈິງແລ້ວ. ດັ່ງນັ້ນ, ເລື່ອງປະຕິບັດຖະແຫຼງການຮ່ວມແມ່ນວິທີປັບປຸງການພົວພັນລະຫວ່າງ 2 ປະເທດ ເພື່ອແນໃສ່ບັນລຸສັນຕິພາບ ແລະ ຄວາມວັດທະນະຖາວອນ.

ຕອບກັບ

ຂ່າວ/ບົດ​ອື່ນ