ສົມທົບກັນປະຕິບັດວຽກງານສຳລັບຊາວຫວຽດນາມອາໄສຢູ່ຕ່າງປະເທດໄລຍະປີ2016-2021
ພິທີລົງນາມ “ໂຄງການສົມທົບກັນລະຫວ່າງຄະນະຂົນຂວາຍປະຊາຊົນສູນກາງ
ແລະ ຄະນະຮັບຜິດຊອບວຽກງານພັກກະຊວງການຕ່າງປະເທດ”
(vovworld) – ຕອນບ່າຍວັນທີ 06/12 ຢູ່ຮ່າໂນ້ຍ ໄດ້ດຳເນີນພິທີລົງນາມ “ໂຄງການສົມທົບກັນລະຫວ່າງຄະນະຂົນຂວາຍປະຊາຊົນສູນກາງ ແລະ ຄະນະຮັບຜິດຊອບວຽກງານພັກກະຊວງການຕ່າງປະເທດກ່ຽວກັບວຽກງານສຳລັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດໄລຍະປີ 2016 - 2021” ໂຄງການສົມທົບວຽກງານໄດ້ ເນັ້ນໜັກເຖິງຄວາມຈຳເປັນຕ້ອງ ຍົກສູງຄວາມຮັບຮູ້, ຄວາມຮັບຜິດຊອບໃຫ້ທຸກຂັ້ນ, ທຸກຂະແໜງການ, ປະຊາຊົນທຸກຊັ້ນວັນນະໃນລະບົບການເມືອງ, ໃນໝູ່ພະນັກງານ, ສະມາຊິກພັກຄະນະຂົນຂວາຍປະຊາຊົນສູນກາງ ແລະ ພະນັກງານ, ສະມາຊິກພັກໃນກະຊວງການຕ່າງປະເທດກ່ຽວກັບຄວາມໝາຍ, ຄວາມສຳຄັນຂອງວຽກງານຂົນຂວາຍປະຊາຊົນເວົ້າລວມ ແລະ ວຽກງານກ່ຽວກັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດເວົ້າສະເພາະ. ບົນພື້ນຖານນັ້ນ ຄະນະຂົນຂວາຍປະຊາຊົນສູນກາງ ແລະ ຄະນະຮັບຜິດຊອບວຽກງານພັກກະຊວງການຕ່າງປະເທດຄວນສົມທົບກັນຢ່າງແໜ້ນແຟ້ນກ່ວາອີກ ເພື່ອສາມາດເປັນເສນາທິການ, ນຳສະເໜີບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະ ລັດກ່ຽວກັບວຽກງານສຳລັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ເພື່ອໃຫ້ບັນດານະໂຍບາຍດັ່ງກ່າວ ສາມາດເຂົ້າສູ່ຊີວິດຕົວຈິງ.