(ພາບປະກອບ)
(vovworld) - ວັນທີ 11/8, ຢູ່ສຳນັກງານກະຊວງການຕ່າງປະເທດ, ກະຊວງການຕ່າງປະເທດ, ຄະນະພົວພັນກັບຕ່າງປະເທດສູນກາງພັກ ແລະ ກຳມາທິການການຕ່າງປະເທດສະພາແຫ່ງຊາດ ລົງນາມໃນຂໍ້ຕົກລົງສົມທົບກັນໃນວຽກງານສື່ສານການຕ່າງປະເທດຂອງບັນດາອົງການຕາງໜ້າຫວຽດນາມ ຢູ່ຕ່າງປະເທດ. ຂໍ້ຕົກລົງໄດ້ຮັບການລົງນາມ ເພື່ອແນໃສ່ຜັນຂະຫຍາຍການປະຕິບັດຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບແຜນຮ່າງ “ຍົກສູງປະສິດທິຜົນວຽກງານສືສານການຕ່າງປະເທດຂອງບັນດາອົງການຕາງໜ້າຫວຽດນາມ ຢູ່ຕ່າງປະເທດເຖິງປີ 2020“, ຕາມຂໍ້ຕົກລົງແລ້ວ, ກະຊວງການຕ່າງປະເທດ, ຄະນະພົວພັນກັບຕ່າງປະເທດສູນກາງພັກ ແລະ ກຳມາທິການການຕ່າງປະເທດສະພາແຫ່ງຊາດ ຈະເພີ່ມທະວີການສະໜອງຂໍ້ມູນຂ່າວ, ກຳນົດທິດໃຫ້ບັນດາອົງການຕາງໜ້າຫວຽດນາມ ຢູ່ຕ່າງປະເທດກ່ຽວກັບບັນດາບັນຫາທີ່ຫາງສຽງສົນໃຈ; ໜູນຊ່ວຍອົງການຕາງໜ້າຫວຽດນາມຢູ່ຕ່າງປະເທດຜັນຂະຫຍາຍບັນດາລາຍການພົບປະແລກປ່ຽນ, ສົ່ງເສີມ, ໂຄສະນາປະເທດຊາດ, ເພີ່ມທະວີການສື່ສານ, ໂຄສະນາບັນດາການເຄື່ອນໄຫວການຕ່າງປະເທດຂອງພັກ, ລັດ, ປະຊາຊົນຢູ່ຕ່າງປະເທດ. ຂໍ້ຕົກລົງນີ້ ກໍ່ເພື່ອແນໃສ່ເສີມຂະຫຍາຍບົດບາດເຊື່ອມຕໍ່ຂອງບັນດາອົງການຕາງໜ້າຫວຽດນາມ ຢູ່ຕ່າງປະເທດໃນການເພີ່ມທະວີການພົວພັນຮ່ວມມືລະຫວ່າງບັນດາອົງການພັກ, ສະພາແຫ່ງຊາດຫວຽດນາມ ກັບຄູ່ຮ່ວມມືຕ່າງໆຢູ່ຕ່າງປະເທດ.