ສື່ມວນຊົນຕ່າງປະເທດຕີລາຄາກອງປະຊຸມໃຫຍ່ຂອງພັກກອມມູນິດຫວຽດນາມແມ່ນຂີດໝາຍເຊື່ອມຕໍ່ສຳຄັນຂອງຫວຽດນາມ

ສື່ມວນຊົນຕ່າງປະເທດຕີລາຄາກອງປະຊຸມໃຫຍ່ຂອງພັກກອມມູນິດຫວຽດນາມແມ່ນຂີດໝາຍເຊື່ອມຕໍ່ສຳຄັນຂອງຫວຽດນາມ - ảnh 1
(ພາບ​ປະ​ກອບ: TTXVN)

(vovworld) –​ ​ ກອງ​ປະ​ຊຸມ​ໃຫ​ຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XII ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ​ເປັນ​ຂີດ​ໝາຍ​ເຊື່ອ​ມ​ຕໍ່​ສຳ​ຄັ​ນ​ຂອງ​ສັງ​ຄົມ​ຫວຽດ​ນາມ ເຊິ່ງ​ແມ່ນ​ສັງ​ຄົມ​ທີ່​​ທັນ​ສະ​ໄໝ, ວັດ​​ທະ​ນາ​ຖາ​ວອນ, ໝັ້​ນ​ຄົງ​ເຂັ້ມ​ແຂງ ແລະ ສະ​ເໝີ​ພາບ. ນີ້​ແມ່ນ​ຂໍ້​ສັງ​ເກດ​ຂອງ​ທ່ານ Carlos Alzugaray, ອະ​ດີ​ດ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ກຸຍ​ບາ ຢູ່​ຫຼາຍ​ປະ​ເທດ​ສະ​ຫະ​ພາບ​ເອີ​ລົບ, ພ້ອມ​ທັງ​ແມ່ນ​ນັກ​ການ​ທູດ ແລະ ຄົ້ນ​ຄວ້າ​ກາ​ນ​ພົວ​ພັນ​​ສາ​ກົນ​ທີ່​ມີ​ປະ​ສົບ​ການ​ຂອງ​ກຸຍ​ບາ. ໃນ​ບັນ​ດາ​ເອ​ກະ​ສານ​ກອງ​ປະ​ຊຸມ​ໃຫຍ່, ທ່ານ​ໄດ້​ເຫັນ​ວ່າ, ຈິດ​ໃຈ​ປ່ຽນ​ໃໝ່​ຢ່າງ​ຕັ້ງ​ໜ້າ​ຕາມ​ທິດ​ຮັບ​ປະ​ກັນ​ຄວ​າມ​​ສະ​ເໝີ​ພາບ​ໃນ​ສັງ​ຄົມ, ບໍ່​ຫົວ​ຊາ​ຕໍ່​ສະ​ພາບ​ສາ​ກົນ​ພວມ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ຍ້ອນ​ຜົນ​ສະ​ທ້ອນ​ຈາກວິ​ກິດ​ການ​ເສດ​ຖະ​ກິ​ດ​ທົ່ວ​ໂລກ. ທ່ານ Alzugaray ກໍ​ສະ​ແດງ​ໃຫ້​ເຫັນ​ຄວາມ​ປະ​ທັບ​ໃຈ​ຕໍ່​ວິ​ທີ​​ເຊິ່ງ​ຫວຽດ​ນາມ ໄດ້​ຫັນ​ເປັນ​​ລະ​ບອບ​ລະ​ບ​ຽບ​ການ​ກ່ຽວ​ກັບ​ຮູບ​ແບບ​ໃຫ້​ຄຳ​ຕັດ​ສິນທີ່​ປະ​ຊາ​ທິ​ປະ​ໄຕ​ໃນ​ພັກ, ຖື​ວ່າ ນີ້​ແມ່ນ​ປັດ​ໃຈ​ທີ່​ໜ້າ​ສົນ​ໃຈ​ໃນ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ນີ້.

      ກອງ​ປະ​ຊຸມ​ໃຫຍ່​ທົ່ວ​ປະ​ເທດ​ຄັ້ງ​ທີ XII ຂອງ​ພັກ ສືບ​ຕໍ່​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ສື່​ມວນ​ຊົນ​​ຫຼາຍ​ປະ​ເທດ. ດ້ວຍ​ຫົວ​ຂໍ້​ວ່າ “ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12”, ທີ່​ໄດ້​ລົງ​ພິມ​ໃນ​ຄໍ​ລຳ “ສະ​ບາຍ​ດີ” ຂອງ​ໜັງ​ສື​ພິມ “Correo de Orinoco”, ເວ​ເນ​ຊູ​ເອ​ລາ, ນັກ​ຂ່າວ Miguel Bastidas ໃຫ້​ຂໍ້​ສັງ​ເກດ​ວ່າ, ກອງ​ປ​ະ​ຊຸມ​ໃຫຍ່​ຄັ້ງ​ນີ້​ແມ່ນ​ເຫດ​ການ​ການ​ເມືອງ​ສຳ​ຄັນ​ຍິ່ງ, ຍົກ​ອອກ​ບັນ​ດາ​ແຜນ​ນະ​ໂຍ​ບາຍ​ໃຫຍ່ ແລະ ແຜນ​ການກໍ່​ສ້າງ​ປະ​ເທດ​ຫວຽດ​ນາມ ໃນ​ໄລ​ຍະ 5 ປີ​ຈະ​ມາ​ເຖິງ, ດ້ວຍ​ຈຸດ​ໝາຍ​ຕັດ​ສິນ​ໃຈ ນຳ​ຫວຽດ​ນາມ ໃຫ້​ກາຍ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ​ ແລະ ທັນ​ສະ​ໄໝ.

ຂ່າວ/ບົດ​ອື່ນ