ສື່ມວນຊົນປະກອບສ່ວນເຂົ້າໃນຜົນງານລວມຂອງປະເທດຊາດ
ທ່ານ ຫວໍວັນເຖືອງ ຫົວໜ້າຄະນະໂຄສະນາສຶກສາສູນກາງ
(vovworld) – ຕອນເຊົ້າວັນທີ 07/02 ຢູ່ ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງ, ກະຊວງຖະແຫຼງຂ່າວ ແລະ ສື່ສານ, ສະມາຄົມນັກຂ່າວ ຫວຽດນາມ ແລະ ໜັງສືພິມເຍີນເຢີນ (ສຽງຂອງພັກກອມມູນິດ ຫວຽດນາມ) ສົບທົບກັນຈັດຕັ້ງການປະຊຸມແລກປ່ຽນວຽກງານສື່ມວນຊົນເນື່ອງໃນໂອກາດຕົ້ນປີ. ເຂົ້າຮ່ວມມີທ່ານ ຫວໍວັນເຖືອງ ຫົວໜ້າຄະນະໂຄສະນາສຶກສາສູນກາງ, ທ່ານ ຫວູດຶກດາມ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຜູ້ຕາງໜ້າບັນດາອົງການສຳນັກງານສື່ມວນຊົນ, ອົງການຮັບຜິດຊອບສື່ມວນຊົນ. ນະທີ່ນີ້, ທ່ານ ຫວໍວັນເຖືອງ ຫົວໜ້າຄະນະໂຄສະນາສຶກສາສູນກາງ ເນັ້ນໜັກວ່າ ໃນຜົນງານລວມຂອງປະເທດຊາດ ມີການປະກອບສ່ວນຢ່າງໃຫຍ່ຫລວງຈາກສື່ມວນຊົນ. ແລະ ວາງອອກບັນດາໜ້າທີ່ຈຸດສຸມ ເຊິ່ງສື່ມວນຊົນຄວນປະຕິບັດໃນປີ 2017. ທ່ານ ຫວໍວັນເຖືອງ ສະເໜີວ່າ:
“ຂ້າພະເຈົ້າຖືວ່າ: ຖ້າຫາກພັກ, ລັດຍາມໃດກໍ່ກຳນົດສື່ມວນຊົນແມ່ນກຳລັງປະຈັນບານໃນວຽກງານແນວຄິດຂອງພັກ ຊຶ່ງບັນດາບັນຫາສື່ມວນຊົນໄດ້ຍົກອອກມາ ຍາມໃດກໍ່ມີຄຸນຄ່າຕໍ່ວຽກງານຊີ້ນຳນຳພາຄຸ້ມຄອງຂອງອົງການສຳນັກງານພັກ, ລັດ. ດັ່ງນັ້ນ ບັນດາບັນຫາສື່ມວນຊົນຍົກອອກໃນປີ ໄດ້ຮັບການແກ້ໄຂ ແລະ ກະທົບຕອບເປັນແນວໃດຈາກບັນດາອົງການຄຸ້ມຄອງ. ຫຼື ບັນດາບັນຫາສື່ມວນຊົນຍົກອອກ ຊຶ່ງຍັງບໍ່ທັນເຮັດໄດ້, ຍັງບໍ່ທັນມີໝາກຜົນ ກໍ່ແຈ້ງໃຫ້ສື່ມວນຊົນຊາບເຮັດແນວໃດ ເພື່ອໃຫ້ບັນດາບັນຫາຂອງພວກເຮົາຍົກອອກ ບໍ່ຖືກຫລົງລືມ. ”
ຢ້ຳຄືນບັນດາການປະກອບສ່ວນຂອງລະບົບໂທລະໂຄ່ງຂັ້ນຮາກຖານ, ທ່ານ ຫງວຽນເທ໋ກີ ຜູ້ອຳນວຍການໃຫຍ່ VOV ຖືວ່າ:
“ພວກຂ້າພະເຈົ້າຄິດວ່າ ຖ້າຫາກໂທລະໂຄ່ງຢູ່ຕາແສງໄດ້ຮັບການຄຸ້ມຄອງເປັນຢ່າງດີ, ເຜີຍແຜ່ບັນດາເນື້ອໃນແທດຈິງຂອງຕາແສງນັ້ນ, ຂອງເຂດຊຸມຊົນແມ່ນມີຄວາມຈຳເປັນທີ່ສຸດ.”