ສື່ມວນຊົນລາວຍ້ອງຍໍແບບຢ່າງຄຸນສົມບັດປະຕິວັດຂອງປະທານໂຮ່ຈິມີນ

(VOVWORLD) -ເນ່ືອງໃນໂອກາດສະເຫລີມສະຫລອງ 128 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈິມີນ, ຫນັງສືພິມປະເທດລາວ ສະບັບອອກວັນທີ 17 ແລະ 18 ພຶດສະພາ ໄດ້ລົງພິມບົດຂຽນແນະນຳກ່ຽວກັບຊີວິດ ແລະ ພາລະກິດເຄື່ອນໄຫວປະຕິວັດຂອງປະທານໂຮ່ຈິມີນ ພ້ອມທັງຍ້ອງຍໍແບບຢ່າງຄຸນສົມບັດປະຕິວັດອັນສູງສົ່ງຂອງເພີ່ນ.

ບົດຂຽນ “ຊີວິດ ແລະ ເຄື່ອນໄຫວໃນພາລະກິດປະຕິວັດຂອງປະທານໂຮ່ຈິມີນ” ສະບັບອອກໃນວັນທີ 17 ພຶດສະພາ ໄດ້ເນັ້ນຫນັກວ່າ: ພາລະກິດປະຕິວັດຂອງປະທານໂຮ່ຈິມີນ ແລະ ບັນດາຄຸນສົມບັດອັນດີງາມຂອງເພີ່ນແມ່ນຍິ່ງໃຫຍ່ທີ່ສຸດ ບໍ່ມີຄຳໃດພັນລະນາເຖິງຖອງໄດ້. ເພີ່ນໄດ້ປະກອບສ່ວນອັນໃຫຍ່ຫລວງຫລາຍຢ່າງ ແລະ ຍິ່ງໃຫຍ່ໃຫ້ແກ່ພາລະກິດຕໍ່ສູ້ເພື່ອເອກະລາດຂອງຊາດ, ເພື່ອປະຊາທິປະໄຕ ແລະ ສັນຕິພາບ, ເພື່ອຄວາມກ້າວຫນ້າສັງຄົມຂອງຍຸກສະໄຫມປະຈຸບັນ. ບົດຂຽນ ໄດ້ຍ້ອງຍໍ ປະທານໂຮ່ຈິມີນ ແມ່ນອາຈານ ແລະ ແມ່ນຜູ້ນຳທີ່ຍິ່ງໃຫຍ່ຂອງການປະຕິວັດຫວຽດນາມ, ແມ່ນເພື່ອນສະຫນິດສະຫນົມຂອງທຸກປະເທດຖືກກົດຂີ່ຂູດຮີດ ແລະ ຂອງມວນມະນຸດກ້າວຫນ້າໃນທົ່ວໂລກ.

ສ່ວນໃນຫນັງສືພິມສະບັບອອກ ເມື່ອວັນທີ 18 ພຶດສະພາ ກໍ່ໄດ້ສືບຕໍ່ລົງພິມບົດດ້ວຍຫົວຂໍ້: “ຮ່ຳຮຽນຕາມແບບຢ່າງຄຸນສົມບັດປະທານໂຮ່ຈິມີນ”, ຍ້ອງຍໍຄຸນສົມບັດໂຮ່ຈິມີນ ແມ່ນແບບຢ່າງເພື່ອຮ່ຳຮຽນປະຕິບັດຕາມ. ຕະຫລອດຊີວິດ, ເພີ່ນຕໍ່ສູ້ເພື່ອພາລະກິດປົດປ່ອຍຊົນຊັ້ນ, ປົດປ່ອຍຊາດ ແລະ ປົດປ່ອຍມວນມະນຸດ, ເພື່ອເອກະລາດ, ເສລີພາບ, ເພື່ອລັດທິສັງຄົມ ແລະ ລັດທິກອມມູນິດ.

ຕອບກັບ

ຂ່າວ/ບົດ​ອື່ນ