ສື່ມວນຊົນລາວຕີລາຄາສູງຜົນສຳເລັດຂອງກອງປະຊຸມຄັ້ງທີ39ຄະນະກຳມະການຮ່ວມມືລະຫວ່າງລັດຖະບານຫວຽດນາມ-ລາວ
(ບັນດາພາຫະນະສື່ມວນຊົນຂອງລາວ ລ້ວນແຕ່ລົງພິມບົດຂຽນຍ້ອງຍໍຜົນສຳເລັດຂອງ
ກອງປະຊຸມຄັ້ງທີ 39ຄະນະກຳມະການຮ່ວມມືລະຫວ່າງລັດຖະບານຫວຽດນາມ-ລາວ)
(vovworld) - ວັນທີ 10/02, ບັນດາພາຫະນະສື່ມວນຊົນຂອງລາວ ລ້ວນແຕ່ລົງພິມບົດຂຽນຍ້ອງຍໍຜົນສຳເລັດຂອງກອງປະຊຸມຄັ້ງທີ 39, ຄະນະກຳມະການຮ່ວມມືລະຫວ່າງລັດຖະບານຫວຽດນາມ - ລາວ, ໃນນັ້ນລ້ວນແຕ່ຢືນຢັນວ່າ, ກອງປະຊຸມບັນລຸໄດ້ຜົນສຳເລັດ ແລະ ສ້າງປະຖົມປັດໃຈເພື່ອຍົກລະດັບການພົວພັນລະຫວ່າງ 2 ປະເທດຂຶ້ນສູ່ລະດັບສູງໃໝ່ໃນໄລຍະຈະມາເຖິງ. ໜັງສືພິມ ປະຊາຊົນ ຂອງພັກປະຊາຊົນປະຕິວັດລາວ ໄດ້ມີບົດຂຽນດ້ວຍຫົວຂໍ້ວ່າ “ຜົນສຳເລັດຂອງກອງປະຊຸມຄະນະກຳມະການຮ່ວມມືລະຫວ່າງລັດຖະບານຫວຽດນາມ - ລາວ”. ບົດຂຽນຊີ້ແຈ້ງວ່າ ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີລາວ ທ້ອງລຸນ ສີສຸລິດ, ກອງປະຊຸມຄັ້ງທີ 39 ຂອງຄະນະກຳມະການຮ່ວມມືລະຫວ່າງລັດຖະບານລາວ - ຫວຽດນາມ ຢູ່ນະຄອນຫຼວງຮ່າໂນ້ຍ ບັນລຸຜົນສຳເລັດຢ່າງຈົບງາມ. ທີ່ກອງປະຊຸມ, 2 ຝ່າຍໄດ້ເຫັນດີເປັນເອກະພາບນຳກັນເພີ່ມທະວີສາຍພົວພັນທີ່ເປັນມູນເຊື້ອແບບພິເສດລະຫວ່າງ 2 ປະເທດຫວຽດນາມ - ລາວ.
ໜັງສືພິມ Vientianne Times ໄດ້ຕີລາຄາສູງການລົງນາມໃນຂໍ້ຕົກລົງສຳຄັນຫຼາຍສະບັບ, ກໍຄືເລື່ອງໃຫ້ຄຳໝັ້ນສັນຍາເພີ່ມທະວີການຮ່ວມມືລະຫວ່າງ 2 ລັດຖະບານ ແລະ 2 ປະເທດ. ບົດຂຽນໄດ້ຖືວ່າ, ເລື່ອງເປັນຄັ້ງທຳອິດນາຍົກລັດຖະມົນຕີ 2 ປະເທດໄດ້ເປັນປະທານຮ່ວມກອງປະຊຸມຂອງຄະນະກຳມະການຮ່ວມມື 2 ຝ່າຍລະຫວ່າງລັດຖະບານ ຫວຽດນາມ - ລາວ ແມ່ນສະແດງໃຫ້ເຫັນຄຳໝັ້ນສັນຍາຂອງ 2 ລັດຖະບານໃນການຜັນຂະຫຍາຍການປະຕິບັດບັນດາແຜນການຮ່ວມມືຢ່າງມີປະສິດທິຜົນ.
ນອກນັ້ນ, ໜັງສືພິມລາຍວັນລາວພັດທະນາ, ປະເທດລາວ, ວຽງຈັນໃໝ່ ລ້ວນແຕ່ສະແດງຄວາມເຊື່ອໝັ້ນຕໍ່ກອງປະຊຸມຄັ້ງທີ 39 ຄະນະກຳມະການຮ່ວມມືລະຫວ່າງລັດຖະບານ ຄັ້ງນີ້ ຈະປະກອບສ່ວນນຳສາຍພົບພັນແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ - ຫວຽດນາມ ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ.