(vovworld) – ວັນທີ 26/11, ສຳນັກຂ່າວສານແຫ່ງຊາດ BelTA ຂອງ ເບລາຣຸດ ໄດ້ຍ້ອງຍໍຊົມເຊີຍການພົວພັນທີ່ເປັນມູນເຊື້ອອັນດີງາມລະຫວ່າງ ຫວຽດນາມ ແລະ ເບລາຣຸດ, ພ້ອມທັງຕີລາຄາສູງໝາກຜົນຂອງການເຈລະຈາລະຫວ່າງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ແລະ ທ່ານປະທານາທິບໍດີ ເບລາຣຸດ Alexander Lukashenko. BelTA ໄດ້ຄັດຄຳຖະແຫຼງຂອງທ່ານ Lukashenko ພາຍຫຼັງການເຈລະຈາກັບທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງທີ່ວ່າ: ເບລາຣຸດ ແລະ ຫວຽດນາມ ຫວັງມີບາດກ້າວບຸກທະລຸໃນການພົວພັນຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ. ທ່ານຢັ້ງຢືນວ່າ ເບລາຣຸດ ຖືການພັດທະນາການພົວພັນກັບ ຫວຽດນາມ ແມ່ນໜຶ່ງໃນບັນດາບຸລິມະສິດໃນນະໂຍບາຍການຕ່າງປະເທດຂອງຕົນຢູ່ພາກພື້ນ ອາຊີ ແລະ ປາດຖະໜາຢາກນຳການພົວພັນລະຫວ່າງ 2 ປະເທດຂຶ້ນສູ່ລະດັບສູງໃໝ່. ຕາມທ່ານປະທານາທິບໍດີ ເບລາຣຸດ ແລ້ວ, ເລື່ອງປະຕິບັດບັນດາໂຄງການໃຫຍ່ລວມຈະນຳມາເຊິ່ງກຳລັງໜູນໃໝ່ໃຫ້ແກ່ການພັດທະນາການພົວພັນລະຫວ່າງ ເບລາຣຸດ ແລະ ຫວຽດນາມ. ເບລາຣຸດ ຊົມເຊີຍ ຫວຽດນາມ ເຂົ້າຮ່ວມສຳພັນທະມິດພາສີ ແລະ ດ້ວຍຖານະເປັນສະມາຊິກໃນສຳພັນທະມິດພາສີ, ເບລາຣຸດ ຈະຍູ້ໄວເລື່ອງສິ້ນສຸດການເຈລະຈາ ແລະ ເຊັນສັນຍາການຄ້າເສລີ (FTA) ລະຫວ່າງ ຫວຽດນາມ ກັບສຳພັນທະມິດນີ້ໂດຍໄວ.
ໃນຂະນະນັ້ນ, ໃນວັນທີ 25 ແລະ 26/11, ສື່ມວນຊົນ ແບນຊິກ ສືບຕໍ່ມີບົດຕີລາຄາກ່ຽວກັບການຢ້ຽມຢາມສະຫະພັນ ລັດເຊຍ ຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ. ແວບໄຊ Euro Presse Images ຮັບຮູ້ວ່າ: ສຳພັນທະມິດພາສີລວມມີ: ລັດເຊຍ, ເບລາຣຸດ ແລະ ກາຢັກສະຖານ ແລະ ຫວຽດນາມ ພວມກະກຽມລົງນາມບັນດາສັນຍາສ້າງຕັ້ງເຂດການຄ້າເສລີ. ບົດຂຽນໄດ້ຄັດຄຳຖະແຫຼງຂອງທ່ານປະທານາທິບໍດີ V. Putin ໃຫ້ຮູ້ວ່າ: ຮອບເຈລະຈາພວມກະກຽມຮອດເວລາສິ້ນສຸດ. ຫວຽດນາມ ຈະກາຍເປັນປະເທດທຳອິດຊຶ່ງ ລັດເຊຍ ເຊັນສັນຍາດັ່ງກ່າວ.
ນອກຈາກນັ້ນ, ໜັງສືພິມລາຍວັນດ້ວຍພາສາ ຝຮັ່ງໃຫຍ່ສຸດຂອງ ແບນຊິກ ຄື “Le Soir” ແລະ “Le Libre” ກໍ່ເນັ້ນໜັກຄຳຖະແຫຼງຂອງທ່ານປະທານາທິບໍດີ ລັດເຊຍ V. Putin ວ່າ: ມົດສກູ ແລະ ຮ່າໂນ້ຍ ເຫັນດີເປັນເອກະສັນເພີ່ມທະວີການສົ່ງອອກຜະລິດຕະພັນກະເສດ ຫວຽດນາມ ເຂົ້າຕະຫຼາດ ລັດເຊຍ.