ສື່ມວນຊົນອັກຊັງຕີນຕີລາຄາສູງຜົນງານລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກຢູ່ຫວຽດນາມ
ໜ້າຈໍສື່ເອເລັກໂຕນິກ “Equilibrium Global”
(vovworld) – ວັນທີ 6/8, ສື່ເອເລັກໂຕນິກ “Equilibrium Global” ຂອງອັກຊັງຕີງ ໄດ້ມີບົດສຳພາດທ່ານ ໂດ໋ວັນຈ໋ຽນ, ລັດຖະມົນຕີ, ຫົວໜ້າຄະນະກຳມະການຊົນເຜົ່າ ກ່ຽວກັບບັນດານະໂຍບາຍ ແລະ ຜົນງານໃນວຽກງານລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກຢູ່ເຂດຊົນເຜົ່າສ່ວນໜ້ອຍ, ເຂດຫ່າງໄກສອກຫຼີກ. ສື່ເອເລັກໂຕນິກ “Equilibrium Global” ເນັ້ນໜັກວ່າ: ໃນໂລກແຫ່ງຫຼາຍຊົນເຜົ່າ, ຫຼາຍສາສະໜາ ແລະ ວັດທະນະທຳຫຼາຍຮູບແບບຄືປະຈຸບັນ, ບັນຫາດຳລົງຊີວິດໃນສັນຕິພາບລະຫວ່າງບັນດາພື້ນຖານອະລິຍາທຳແມ່ນສິ່ງ ທ້າທາຍສຳລັບປະຊາຄົມສາກົນ. ໂດຍແມ່ນປະເທດມີ 54 ຊົນເຜົ່າ, ນະໂຍບາຍຂອງ ຫວຽດນາມ ສຳລັບປະຊາຄົມຊາວຊົນເຜົ່າສ່ວນໜ້ອຍແມ່ນແບບຢ່າງ.
ໃນການຕອບສຳພາດຂອງທ່ານລັດຖະມົນຕີ, ຫົວໜ້າຄະນະກຳມະການຊົນເຜົ່າ ໂດ໋ວັນຈ໋ຽນ ຢັ້ງຢືນພາຍຫຼັງ 30 ປີແຫ່ງການປະຕິບັດພາລະກິດແຫ່ງການປ່ຽນໃໝ່, ຫວຽດນາມ ບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງໃນຫຼາຍຂົງເຂດ, ພິເສດແມ່ນເສດຖະກິດ, ວັດທະນະທຳ ແລະ ສັງຄົມ. ອັດຕາຜູ້ທຸກຍາກຫລຸດລົງໄວເມື່ອທຽບໃສ່ລະດັບສະເລ່ຍ 3%/ປີ. ທ່ານ ໂດ໋ມິງຈ໋ຽນ ໃຫ້ຮູ້ວ່າ: ກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກອມມູນິດ ຫວຽດນາມ ຜ່ານມາໄດ້ວາງອອກບັນດາມາດຕະການເພື່ອແນໃສ່ບັນລຸຈຸດໝາຍພັດທະນາແບບຍືນຍົງ, ຍົກສູງຊີວິດການເປັນຢູ່ໃຫ້ແກ່ພໍ່ແມ່ປະຊາຊົນຊົນເຜົ່າສ່ວນໜ້ອຍ.