ສື່ມວນຊົນອີຢິບແລະອິດສະຣາແອນໄດ້ໃຫ້ຂ່າວກ່ຽວກັບປະທານາທິບໍດີອິດສະຣາແອນຢ້ຽມຢາມຫວຽດນາມ
ທ່ານປະທານນາທິບໍດີອິດສະຣາແອນ Reuven Ruvi Rivlin
(ພາບປະກອບ: TTXVN)
(vovworld) - ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານປະທານນາທິບໍດີອິດສະຣາແອນ Reuven Ruvi Rivlin ໂດຍສື່ມວນຊົນພາກພື້ນຕາເວັນອອກກາງ ແລະ ອິດສະຣາແອນ ໃຫ້ຂ່າວ, ສ່ອງແສງອັບເດັດ. ວັນທີ 21/03, ສື່ສິ່ງພິມເອເລັກໂຕນິກ Youm Sabaa ຂອງອີຢິບ ໄດ້ຄັດຄຳເວົ້າຂອງທ່ານປະທານາທິບໍດີອິດສະຣາແອນ ກ່ອນການຢ້ຽມຢາມໄດ້ຊີ້ແຈ້ງວ່າ “ການຢ້ຽມຢາມໄດ້ສະແດງໃຫ້ເຫັນການພົວພັນຢ່າງແໜ້ນແຟ້ນລະຫວ່າງ 2 ປະເທດ. ຫວຽດນາມ ແມ່ນປະເທດມີທີ່ຕັ້ງສຳຄັນຢູ່ອາຊີ”. ວັນທີ 21/03, ວິທະຍຸກະຈາຍສຽງອິດສະຣາແອນ ໄດ້ໃຫ້ຂ່າວກ່ຽວກັບການເຈລະຈາລະຫວ່າງທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ແລະ ທ່ານປະທານາທິບໍດີ Reuven Ruvi Rivlin ຢູ່ຮ່າໂນ້ຍ, ທ່ານປະທານາທິບໍດີຢືນຢັນຄວາມມານະພະຍາຍາມເພື່ອຊຸກຍູ້ຂໍ້ຕົກລົງດ້ານການຄ້າເສລີລະຫວ່າງ 2 ປະເທດ. ທ່ານປະທານປະເທດຫວຽດນາມ ກໍ່ເນັ້ນໜັກວ່າ, ການຢ້ຽມຢາມຂອງທ່ານປະທານາທິບໍດີອິດສະຣາແອນ ຈະໜູນຊ່ວຍເພີ່ມທະວີການຮ່ວມມືລວມໃນບັນດາຂົງເຂດ, ໃນນັ້ນມີຂົງເຂດວິທະຍາສາດ ແລະ ເຕັກໂນໂລຊີ.
ໜັງສືພິມໄປສະນີ Jerusalem ຂອງອິດສະຣາແອນ ກໍ່ໃຫ້ຂ່າວກ່ຽວກັບມື້ເຮັດວຽກທີ່ 2 ໃນການຢ້ຽມຢາມຫວຽດນາມ, ທ່ານປະທານາທິບໍດີ Rivlin ໄດ້ມີບັນດາການເຄື່ອນໄຫວຄື: ເຂົ້າຮ່ວມກອງປະຊຸມເສດຖະກິດ 2 ຝ່າຍ, ຢ້ຽມຢາມງານວາງສະແດງບັນດາເຄື່ອງຈັກອຸດສາຫະກຳປ້ອງກັນຊາດຫວຽດນາມ…