ສື່ມວນຊົນອານເຊຣີ ຖືຫວຽດນາມ ແມ່ນແບບຢ່າງທາງດ້ານເສດຖະກິດແລະສັງຄົມ

(VOVWORLD) -ບົດຂຽນເຫຼົ່ານັ້ນ ໄດ້ຊີ້ແຈ້ງເຖິງຄວາມໝາຍການສ້າງຕັ້ງ ແລະ ບົດບາດປະຫວັດສາດຂອງພັກກອມມູນິດຫວຽດນາມ ແລະ ປະທານໂຮ່ຈີມິນ ໃນບາດລ້ຽວຂອງການປະຕິວັດຫວຽດນາມ

ໃນຊຸມມື້ຜ່ານມາ, ມີໜັງສືພິມຫຼາຍສະບັບ ແລະ ໜັງສືພິມອອນລາຍທີ່ມີອິດທິພົນຊື່ສຽງຂອງອານເຊຣີ ຄື: Elmoujadhid (ນັກຮົບເກົ່າ), La tribune des lecteurs (ເວທີປາໄສຜູ້ອ່ານ), La Tribune diplomatique internationale (ເວທີປາໄສການທູດສາກົນ)… ໄດ້ລົງບົດຂຽນຫຼາຍບົດເນື່ອງໃນໂອກາດສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ (03 ກຸມພາ 1930 – 03 ກຸມພາ 2020). ບົດຂຽນເຫຼົ່ານັ້ນ ໄດ້ຊີ້ແຈ້ງເຖິງຄວາມໝາຍການສ້າງຕັ້ງ ແລະ ບົດບາດປະຫວັດສາດຂອງພັກກອມມູນິດຫວຽດນາມ ແລະ ປະທານໂຮ່ຈີມິນ ໃນບາດລ້ຽວຂອງການປະຕິວັດຫວຽດນາມ; ພ້ອມທັງຍ້ອງຍໍຊົມເຊີຍບັນດາຜົນງານເຊິ່ງຫວຽດນາມ ບັນລຸໄດ້ພາຍຫຼັງເກືອບ 35 ປີແຫ່ງການປ່ຽນແປງໃໝ່ ພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດຫວຽດນາມ; ສະແດງຄວາມເຄົາລົບນັບຖືຕໍ່ຖານະບົດບາດ, ທີ່ຕັ້ງທີ່ນັບມື້ນັບສູງຂຶ້ນຂອງຫວຽດນາມ ຢູ່ເວທີສາກົນ, ຖືຫວຽດນາມ ແມ່ນແບບຢ່າງທາງດ້ານເສດຖະກິດ, ສັງຄົມໃຫ້ແກ່ບັນດາປະເທດພວມພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ