ສື່ມວນຊົນເຢຍລະມັນໄດ້ຍ້ອງຍໍນະໂຍບາຍປ່ຽນໃໝ່ຂອງຫວຽດນາມ
(ພາບປະກອບ)
(vovworld) - ແວບໄຊ Tagesschau.de ສັງກັດຊ່ອງໂທລະພາບແຫ່ງຊາດເຢຍລະມັນ (ARD) ໄດ້ລົງບົດຂຽນຍ້ອງຍໍນະໂຍບາຍປ່ຽນໃໝ່ຂອງຫວຽດນາມ ແມ່ນຖືກຕ້ອງ, ຊ່ວຍເຕີບໂຕທາງດ້ານເສດຖະກິດ ແລະ ດຶງດູດການລົງທຶນ. ເລື່ອງສະຫະພາບເອີລົບ ແລະ ຫວຽດນາມ ຫາກໍສິ້ນສຸດການເຈລະຈາກ່ຽວກັບສັນຍາການຄ້າເສລີ (FTA) ໄດ້ສະແດງໃຫ້ເຫັນສິ່ງດັ່ງກ່າວ. ຕາມບົດຂຽນແລ້ວ, ດ້ວຍພົນລະເມືອງກວ່າ 90 ລ້ານຄົນ, ຕະຫຼາດຫວຽດນາມ ຈະນຳມາເຊິ່ງບັນດາກາລະໂອກາດໃໝ່ທີ່ສຳຄັນໃຫ້ບັນດາວິສາຫະກິດເອີລົບ. ພາຍຫຼັງນຳໃຊ້ນະໂຍບານປ່ຽນໃໝ່ເມື່ອປີ 1986, ທາງດ້ານເສດຖະກິດຂອງຫວຽດນາມ ໄດ້ປ່ຽນໃໝ່ຢ່າງວ່ອງໄວ ແລະ ໄດ້ກາຍເປັນປະເທດທີ່ດຶງດູດບັນດານັກລົງທຶນຕ່າງປະເທດ. ບົດຂຽນໃຫ້ຂໍ້ສັງເກດວ່າ, ຍາມໃດຫວຽດນາມ ກໍມານະພະຍາຍາມເພື່ອຄວບຄຸມໄພເງິນເຟີ້ ແລະ ສິ່ງດັ່ງກ່າວໄດ້ນຳມາເຊິ່ງຜົນງານ.