(vovworld) – ໜັງສືພິມ ປະຊາຊົນ, ສຽງຂອງພັກປະຊາຊົນ ປະຕິວັດ ລາວ, ສະບັບອອກວັນທີ 18/7, ໄດ້ອອກບົດນຳເນື່ອງໃນໂອກາດສະເລີມສະຫຼອງ 36 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ (18/7/1977 – 18/7/2013), ດ້ວຍຫົວຂໍ້ວ່າ: “ສືບຕໍ່ພັດທະນາການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ລາວ - ຫວຽດນາມ ໃຫ້ໝັ້ນຄົງຕະຫຼອດໄປ”. ບົດນຳໄດ້ທົບທວນຄືນບັນດາຂີດໝາຍໃນການພົວພັນແບບພິເສດ ຫວຽດນາມ - ລາວ, ພິເສດແມ່ນພິທີຊົມເຊີຍຜົນສຳເລັດຂອງວຽກງານປັກຫຼັກໝາຍຊາຍແດນ ລາວ - ຫວຽດນາມ ໃນພື້ນທີ່ຕົວຈິງເມື່ອວັນທີ 9/7 ຜ່ານມາ ແລະ ຊີ້ແຈ້ງວ່າ: ປະຊາຊົນ ລາວ ຮູ້ບຸນຄຸນຕໍ່ການຊ່ວຍເຫຼືອຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງທີ່ສະຫງວນໃຫ້ແກ່ພາລະກິດຕໍ່ສູ້, ກູ້ຊາດກ່ອນນີ້, ກໍ່ຄືພາລະກິດປົກປັກຮັກສາລະບອບ ແລະ ສ້າງສາ, ພັດທະນາ ປະເທດຊາດຂອງປະຊາຊົນລາວ ບັນດາເຜົ່າໃນປະຈຸບັນ. ໜັງສືພິມ ປະຊາຊົນ ກໍ່ຮຽກຮ້ອງໃຫ້ທົ່ວພັກ, ທົ່ວປວງຊົນ ລາວ ອອກແຮງເພື່ອເພີ່ມທະວີ ແລະ ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ ລາວ ແລະ ຫວຽດນາມ ໝັ້ນຄົງຂະໜົງແກ່ນຕະຫຼອດໄປ.