ສຸມແຫຼ່ງກຳລັງເພື່ອໃຫ້ ຫວຽດນາມ ປະຕິບັດສຳເລັດບັນດາເປົ້າໝາຍພັດທະນາແບບຍືນຍົງປີ 2030

(VOVWORLD) - ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວກະກຽມໃຫ້ກອງປະຊຸມສຸດຍອດທົ່ວໂລກ ປະຕິບັດເປົ້າໝາຍພັດທະນາແບບຍືນຍົງ (SDG) ຈັດຂຶ້ນໃນວັນທີ 18-19 ກັນຍາ ຈະມາເຖິງຢູ່ ນິວຢອກ
ສຸມແຫຼ່ງກຳລັງເພື່ອໃຫ້ ຫວຽດນາມ ປະຕິບັດສຳເລັດບັນດາເປົ້າໝາຍພັດທະນາແບບຍືນຍົງປີ 2030 - ảnh 1(ພາບປະກອບ: TTXVN)

        ຕອນເຊົ້າວັນທີ 25 ສິງຫາ, ຢູ່ ຮ່າໂນ້ຍ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໄດ້ສົມທົບກັບອົງການສະຫະປະຊາຊາດ ປະຈຳ ຫວຽດນາມ, ອົງການຮ່ວມມືສາກົນ ເຢຍລະມັນ (GIZ-ເຢຍລະມັນ) ຈັດພິທີ “ປະກາດບົດລາຍງານສຳຫຼວດກວດກາປະເທດອາສາສະໝັກ ແລະ ສົນທະນານະໂຍບາຍມຸ່ງໄປເຖິງກອງປະຊຸມສຸດຍອດ SDG 2023: ຄຳໝັ້ນສັນຍາ ແລະ ການກະທຳແຫ່ງຊາດ”. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວກະກຽມໃຫ້ກອງປະຊຸມສຸດຍອດທົ່ວໂລກ ປະຕິບັດເປົ້າໝາຍພັດທະນາແບບຍືນຍົງ (SDG) ຈັດຂຶ້ນໃນວັນທີ 18-19 ກັນຍາ ຈະມາເຖິງຢູ່ ນິວຢອກ, ປະເທດ ອາເມລິກາ, ພ້ອມກັບບັນດາເຫດການຂັ້ນສູງອື່ນ ເພື່ອຊຸກຍູ້ຄຳໝັ້ນສັນຍາສາກົນຢ່າງແຮງກວ່າ ໃນການຍູ້ໄວຄວາມຄືບໜ້າບັນລຸໄດ້ SDG.

        ບົດລາຍງານສຳຫຼວດກວດກາປະເທດອາສາສະໝັກ (VNR) ຄັ້ງທີ 2 ຂອງ ຫວຽດນາມ ຕີລາຄາລະດັບການປະຕິບັດ SDG, ກຳນົດບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍ ແລະ ວາງອອກບັນດາບຸລິມະສິດ, ນະໂຍບາຍເພື່ອແກ້ໄຂຄວາມຄືບໜ້າ SDG. VNR ສວມບົດບາດສຳຄັນໃນການສະໜອງບັນດາຂໍ້ມູນໃຫ້ແກ່ການສົນທະນາກ່ຽວກັບບັນດານະໂຍບາຍບຸລິມະສິດ ແລະ ວິວັດການຫັນປ່ຽນ ເພື່ອຫຼັງຈາກນັ້ນຫັນເປັນຄຳໝັ້ນສັນຍາ, ຂໍ້ລິເລີ່ມ ແລະ ການກະທຳແຫ່ງຊາດ ເພື່ອຍູ້ໄວລະດັບຄວາມຄືບໜ້າບັນລຸໄດ້ SDG.

ຕອບກັບ

ຂ່າວ/ບົດ​ອື່ນ