(vovworld) – ໃນ “6 ເດືອນຜ່ານມາ, ຄະນະເສດຖະກິດສູນກາງໄດ້ເສີມຂະຫຍາຍບົດບາດເປັນອົງການເສນາທິການ, ຄົ້ນຄ້ວາຂໍ້ສະເໜີ, ກວດກາ, ຕິດຕາມກວດກາບັນດາບັນຫາໃຫຍ່, ມີລະດັບຍຸດທະສາດກ່ຽວກັບເສດຖະກິດ, ສັງຄົມໃຫ້ຄະນະບໍລິຫານງານສູນກາງພັກ, ກົມການເມືອງ”. ທ່ານ ເລຮົ່ງແອງ, ຜູ້ປະຈຳການຄະນະເລຂາໄດ້ເນັ້ນໜັກຄືດັ່ງກ່າວທີ່ກອງປະຊຸມຜັນຂະຫຍາຍໜ້າທີ 6 ເດືອນທ້າຍປີຂອງຄະນະເສດຖະກິດສູນກາງທີ່ຈັດຕັ້ງໃນຕອນເຊົ້າວັນທີ 23/7, ຢູ່ຮ່າໂນ້ຍ. ທ່ານ ເລຮົ່ງແອງ ສະເໜີໃຫ້ຄະນະເສດຖະກິດສູນກາງປັບປຸງ ແລະ ຍື່ນສະເໜີກົມການເມືອງບົດລາຍງານຕີລາຄາ ແລະ ຕິດຕາມກວດກາການສ້າງໂຄງປະກອບເສດຖະກິດຄືນໃໝ່ຕິດພັນກັບການປ່ຽນໃໝ່ຮູບແບບການເຕີບໂຕໂດຍໄວ, ສືບຕໍ່ສ້າງຖັນແຖວພາລະກອນຂອງຄະນະກ້າວເຂົ້າສູ່ລວງເລິກ, ສ້າງອົງຄະນະພັກ ແລະ ລະບົບການເມືອງປອດໃສ, ໝັ້ນຄົງ, ເຂັ້ມແຂງ. ພິເສດ, ຕ້ອງເສີມຂະຫຍາຍການສົມທົບວຽກງານລະຫວ່າງຄະນະເສດຖະກິດສູນກາງ ແລະ ເຄືອຂ່າຍບັນດານັກຊ່ຽວຊານ, ນັກວິທະຍາສາດ, ຖັນແຖວເພື່ອນຮ່ວມງານ, ບັນດາອົງການທີ່ກ່ຽວຂ້ອງເອົາໃຈໃສ່ເຖິງພຶດຕິກຳຕົວຈິງຢູ່ຂັ້ນຮາກຖານເພື່ອເລືອກເຟັ້ນຄຳເຫັນປະກອບ, ສ້າງກຳລັງແຮງດ້ານພຸມປັນຍາ, ເພື່ອຍົກອອກບັນດາລັດຖະນະໂຍບາຍຍຸດທະສາດກ່ຽວກັບເສດຖະກິດ - ສັງຄົມຂອງປະເທດຊາດ.