ສຸມໃສ່ຈັດຕັ້ງ, ຜັນຂະຫຍາຍວຽກງານໃຫ້ກູ້ຢືມທຶນ ຮັບປະກັນການໜູນຊ່ວຍຢ່າງທັນການ, ມີປະສິດທິຜົນ, ຖືກເປົ້າໝາຍທີ່ໄດ້ຊົມໃຊ້ນະໂຍບາຍສັງຄົມ
(VOVWORLD) -ການຜັນຂະຫຍາຍປະຕິບັດນະໂຍບາຍສິນເຊື່ອບຸລິມະສິດຢ່າງທັນການ, ມີປະສິດທິຜົນ, ຖືກເປົ້າໝາຍທີ່ໃຫ້ກູ້ຢືມນັ້ນ ຈະຊ່ວຍໃຫ້ຄົນທຸກຍາກ ແລະ ບັນດາເປົ້າໝາຍນະໂຍບາຍນຳໃຊ້ແຫຼ່ງກຳລັງຂອງລັດຢ່າງມີປະສິດທິຜົນ.
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄ໊າຍ ກ່າວຄຳເຫັນທີ່ກອງປະຊຸມ |
ຕອນບ່າຍວັນທີ 16 ກຸມພາ, ຢູ່ຮ່າໂນ້ຍ ໄດ້ດໍາເນີນກອງປະຊຸມທາງໄກ ຜັນຂະຫຍາຍມະຕິຂອງລັດຖະບານ ກ່ຽວກັບ ໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ ແລະ ຜັນຂະຫຍາຍມະຕິຂອງສະພາແຫ່ງຊາດ ກ່ຽວກັບນະໂຍບາຍການເງິນ, ເງິນຕາໜູນຊ່ວຍໂຄງການດັ່ງກ່າວ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເລມິງຄ໊າຍ ເນັ້ນໜັກວ່າ ການຜັນຂະຫຍາຍປະຕິບັດນະໂຍບາຍສິນເຊື່ອບຸລິມະສິດຢ່າງທັນການ, ມີປະສິດທິຜົນ, ຖືກເປົ້າໝາຍທີ່ໃຫ້ກູ້ຢືມນັ້ນ ຈະຊ່ວຍໃຫ້ຄົນທຸກຍາກ ແລະ ບັນດາເປົ້າໝາຍນະໂຍບາຍນຳໃຊ້ແຫຼ່ງກຳລັງຂອງລັດຢ່າງມີປະສິດທິຜົນ:
“ຂ້າພະເຈົ້າສະເໜີໃຫ້ບັນດາທ້ອງຖິ່ນ ຈົ່ງສືບຕໍ່ເອົາໃຈໃສ່ໄວ້ໃຈຝາກແຫຼ່ງທຶນຜ່ານທະນາຄານນະໂຍບາຍເພື່ອແຫຼ່ງທຶນດັ່ງກ່າວມາຮັບໃຊ້ການຟື້ນຟູເສດຖະກິດຢູ່ທ້ອງຖິ່ນຕົນ; ກໍຄືໜູນຊ່ວຍບັນດາເປົ້າໝາຍທີ່ຍັງປະສົບກັບຄວາມຫຍຸ້ງຍາກ. ເມື່ອມີນະໂຍບາຍແລ້ວ ຕ້ອງປະຕິບັດໃຫ້ເປັນຢ່າງດີ. ສຳລັບບັນດາກະຊວງ, ຂະແໜງການ, ຕ້ອງມີການສຳຫຼວດກວດຄືນນະໂຍບາຍ ແລະ ອາດຈະຜັນຂະຫຍາຍໂດຍໄວ”.