ສຸມໃສ່ທຸກແຫລ່ງກຳລັງນຳເຂດໄຕງວຽນພັດທະນາແບບຍືນຍົງ

ສຸມໃສ່ທຸກແຫລ່ງກຳລັງນຳເຂດໄຕງວຽນພັດທະນາແບບຍືນຍົງ - ảnh 1
ກອງ​ປະຊຸມ​ສົ່​ງ​ເສີມ​ການ​ລົງທຶນ​ຢູ່​ເຂດ​ໄຕ​ງວຽນ ຄັ້ງ​ທີ 2
ພາບ:chinhphu.vn


(vovworld)-  ສຸມ​​ໃສ່​ລະດົມທຸກ​ແຫ​ລ່ງກຳລັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ເພື່ອ​ລົງທຶນ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ທັນ​ສະ​ໄຫມ, ຜັນ​ຂະຫຍາຍ​ການວາງ​ແຜນ​ກຳນົດ​ຢ່າງ​ມີ​ປະສິດທິ​ຜົນ, ຕິດ​ພັນ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ,​ທ່າ​ໄດ້​ປຽບ, ສືບ​ຕໍ່​ກໍ່ສ້າງ​ເຂດ​ໄຕ​ງວຽນ​ກາຍ​ເປັນ​ຫນຶ່ງ​​ໃນ​ບັນດາ​ເຂດ​ກຳລັງ​ຫນູນ​ພັດທະນາ​ຂອງ​ທັງ​ປະ​ເທດ. ນີ້​ແມ່ນ​ຄຳ​ເຫັນ​ຊີ້​ນຳ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ທີ່​ກອງ​ປະຊຸມ​ສົ່​ງ​ເສີມ​ການ​ລົງທຶນ​ຢູ່​ເຂດ​ໄຕ​ງວຽນ ຄັ້ງ​ທີ 2 ຊື່​ງດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 12/4 ຢູ່ Peliku ​ແຂວງ ຢາ​ລາຍ.

        ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຊີ້​ແຈງ​ວ່າ: ​ເພື່ອ​ສືບ​ຕໍ່​ກໍ່ສ້າງ​ເຂດ​ໄຕ​ງວຽນ​ໃຫ້​ກາຍ​ເປັນ​ຫນຶ່ງ​ໃນ​ບັນດາ​ເຂດ​ກຳລັງ​ຫນູນ​ພັດທະນາ​ຂອງ​ທົ່ວ​ປະ​ເທດ, ກະຊວງ​ແຜນການ ​ແລະ ການ​ລົງທຶນ​ຕ້ອງ​ຮີບ​​ເຮັ່ງ​ສ້າງ​ບັນດາ​ກົນ​ໄກ, ນະ​ໂຍບາຍ​ບຸລິມະສິດ​ການ​ລົງທຶນ​ພັດທະນາ​ເສດຖະກິດ​ສັງຄົມ, ຮັບປະກັນ​ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ຢູ່​ເຂດ​ໄຕ​ງວຽນ​ຮອດ​ປີ 2020.  ທ່ານ​ນາຍົກລັດຖະມົນຕີ ​ເນັ້ນ​ຫນັກ​ວ່າ:

        “​ໄຕ​ງວຽນ​ຄວນ​ຄົ້ນ​ຄ້ວາ​ສະ​ຫນີ​ບັນດາ​ກົນ​ໄກ​ພິ​ເສດສະ​ເພາະ​ເພື່ອ​ພັດທະນາ​ບັນດາ​ຜະລິດ​ຕະພັນ​ມີ​ທ່າ​ໄດ້​ປຽບ, ຜ່ານ​ນັ້ນ ພວກ​ເຮົາ​ພັດທະນາ​ບັນດາ​ແຂວງ​ໃນ​ເຂດ​ໄຕ​ງວຽນ​ຢ່າງ​ວ່ອງ​ໄວ ​ແລະ ໝັ້ນຄົງ.”

ຂ່າວ/ບົດ​ອື່ນ