ສຸມໃສ່ພັດທະນາເສດຖະກິດ, ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບເຂດໄຕງວຽນ
ສຸມໃສ່ພັດທະນາເສດຖະກິດ, ສັງຄົມ, ຮັບປະກັນ
ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບເຂດໄຕງວຽນ
(ພາບ: TTXVN)
(vovworld) - ຕອນບ່າຍວັນທີ 10/01, ຢູ່ນະຄອນ ບວນເມທວດ (ແຂວງ ດັກລັກ), ຄະນະຊີ້ນຳໄຕງວຽນ ຈັດຕັ້ງກອງປະຊຸມສະຫລຸບວຽກງານປີ 2016 ແລະ ປຶກສາຫາລືມາດຕະການຜັນຂະຫຍາຍໜ້າທີ່ພັດທະນາເສດຖະກິດ, ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃນເຂດໄຕງວຽນປີ 2017. ທ່ານ ໂຕເລີມ ລັດຖະມົນຕີກະຊວງຕຳຫລວດ ຫວຽດນາມ, ຫົວໜ້າຄະນະຊີ້ນຳໄຕງວຽນ ຕີລາຄາສູງໝາກຜົນຕ່າງໆ ເຊິ່ງບັນດາແຂວງ ໄຕງວຽນ ບັນລຸໄດ້ໃນໄລຍະຜ່ານມາ ໃນບັນດາຂົງເຂດເສດຖະກິດ, ວັດທະນະທຳ, ສັງຄົມ, ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ທ່ານ ໂຕເລີມ ຫົວໜ້າຄະນະຊີ້ນຳເຂດໄຕງວຽນ ເນັ້ນໜັກວ່າ ໃນຂົງເຂດເສດຖະກິດ, ບັນດາທ້ອງຖິ່ນຄວນສຸມໃສ່ກວດກາຄືນແຜນຮ່າງພັດທະນາເສດຖະກິດ, ສັງຄົມ; ກະຕຸກຊຸກຍູ້, ຊີ້ນຳການປະຕິບັດແຜນຮ່າງສ້າງໂຄງປະກອບເສດຖະກິດຄືນໃໝ່ ຕິດພັນກັບການຫັນປ່ຽນຮູບແບບເຕີບໂຕ ຕາມທິດຍົກສູງຄຸນນະພາບ, ປະສິດທິຜົນ, ກຳລັງແກ່ງແຍ້ງຂອງພື້ນຖານເສດຖະກິດ. ບັນດາແຂວງ ໄຕງວຽນ ເອົາໃຈໃສ່ຍົກສູງຄຸນນະພາບວຽກງານສົ່ງເສີມການລົງທຶນ, ດຶງດູດນັກລົງທຶນພາຍໃນ ແລະ ຕ່າງປະເທດ ລົງທຶນຢູ່ໄຕງວຽນໃນບັນດາຂົງເຂດຄື: ກະສິກຳເຕັກໂນໂລຢີສູງ, ພະລັງງານສະອາດ, ອຸດສາຫະກຳປຸງແຕ່ງ…ພ້ອມທັງ ຊຸກຍູ້ການເລີ່ມດຳເນີນອາຊີບ; ຍູ້ແຮງວຽກງານປູກປ່າ; ສຸມໃສ່ສົ່ງເສີມພັດທະນາການຜະລິດ, ປັບປຸງຊີວິດການເປັນຢູ່ໃຫ້ພໍ່ແມ່ປະຊາຊົນໆເຜົ່າສ່ວນໜ້ອຍ…