ສຸມໃສ່ເບິ່ງແຍງ, ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງຜູ້ອອກແຮງງານ
ການນຳນະຄອນໂຮ່ຈິມິນພົບປະກັບກຳມະກອນ |
(vovworld)- ວັນທີ 23/4, ສະຫະພັນແຮງງານນະຄອນໂຮ່ຈິມິນ ໄດ້ໄຂການເຄື່ອນໄຫວ “ ເດືອນກຳມະກອນຄັ້ງທີ 9 ແລະ ເດືອນກະທຳກ່ຽວກັບຄວາມປອດໄພດ້ານສຸຂະນາໄມໃນການອອກແຮງງານຄັ້ງທີ 1 ປີ 2017”. ເດືອນກຳມະກອນປີນີ້ ຕິດພັນກັບ ເດືອນກະທຳກ່ຽວກັບຄວາມປອດໄພດ້ານສຸຂະນາໄມໃນການອອກແຮງງານຄັ້ງທີ 1 ຊຶ່ງແມ່ນບັ້ນເຄື່ອນໄຫວຈຸດສູງໃນປີເຄືອ່ນໄຫວກຳມະບານດ້ວຍຫົວຂໍ້ “ ປີເພື່ອຜົນປະໂຫຍດສະມາຊິກກຳມະບານ ”. ບັນດາການເຄື່ອນໄຫວເພື່ອແນໃສ່ເບິ່ງແຍງ, ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງ ສະມາຊິກກຳມະບານ, ກຳມະກອນ, ລັດຖະກອນ- ຜູ້ອອກແຮງງານ, ອອກແຮງແຂ່ງຂັນ, ທຳການຜະລິດດ ປະກອບສ່ວນໃຫ້ແກ່ການພັດທະນາຂອງບັນດາອົງການສຳນັກງານ, ຫົວໜ໋ວຍ, ວິສາຫະກິດ. ເດືອນກຳມະກອນປີນີ້ ຖືກດຳເນີນຢ່າງຟົດຟື້ນດ້ວຍຫຼາຍການເຄື່ອນໄຫວທີ່ແທດຈິງ ເພື່ອມຸ່ງໄປສູ່ຮາກຖານ