(vovworld) – ວັນທີ 20/8, ຄະນະປະຈຳສະພາແຫ່ງຊາດ ໄດ້ດຳເນີນວາລະຊັກຖາມລັດຖະມົນຕີກະຊວງຍຸຕິທຳ ແລະ ລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ກ່ຽວກັບບັນດາຂົງເຂດຂຶ້ນກັບຄວາມຮັບຜິດຊອບຄຸ້ມຄອງຂອງ 2 ກະຊວງນີ້. ໃນຕອນເຊົ້າວັນທີ 20/8, ທ່ານລັດຖະມົນຕີກະຊວງຍຸຕິທຳ ຮ່າຮູ່ງເກື່ອງ ໄດ້ຕອບຄຳຊັກຖາມກ່ຽວກັບຄວາມຮັບຜິດຊອບຂອງລັດຖະມົນຕີໃນການເປັນເສນາທິການສ້າງ ແລະ ຜັນຂະຫຍາຍໂຄງການສ້າງກົດໝາຍ, ລັດຖະບັນຍັດຂອງລັດຖະບານ, ກວດກາຕີລາຄາເອກະສານນິຕິກຳຂອງລັດຖະບານ, ນາຍົກລັດຖະມົນຕີ ກໍ່ຄືກວດກາການປະກາດໃຊ້ເອກະສານນິຕິກຳຂອງບັນດາກະຊວງ, ຂະແໜງການນັບແຕ່ຕົ້ນອາຍຸການສະພາແຫ່ງຊາດຊຸດທີ 13 ຮອດວັນທີ 31/07/2013. ທ່ານລັດຖະມົນຕີກະຊວງຍຸຕິທຳ ຮ່າຮູ່ງເກື່ອງ ເວົ້າວ່າ.
“ປີ 2013, ສະຕິການປະຕິບັດກົດໝາຍຂອງບັນດາພະນັກງານ, ລັດຖະກອນ, ປະຊາຊົນໄດ້ປັບປຸງຫຼາຍພໍສົມຄວນ. ຕາມຂໍ້ສະເໜີຂອງກະຊວງຍຸຕິທຳແລ້ວ, ປີ 2012, ລັດຖະບານໄດ້ປະກາດໃຊ້ດຳລັດກ່ຽວກັບບັນຫາຕິດຕາມກວດກາການປະຕິບັດກົດໝາຍ. ຕາມນັ້ນແລ້ວ, ໄດ້ຫັນປ່ຽນທິດຍຸດທະສາດ ຈາກການສ້າງກົດໝາຍມາເປັນການຈັດຕັ້ງປະຕິບັດກົດໝາຍ ແລະ ຕິດຕາມກວດກາ, ຫຼັງຈາກນັ້ນກັບຄືນສູ່ການສ້າງກົດໝາຍໃຫ້ສົມບູນແບບ. ຖ້າຫາກຜັນຂະຫຍາຍເປັນຢ່າງດີ, ແນ່ນອນວ່າເລື່ອງປະຕິບັດກົດໝາຍຈະມີການຫັນປ່ຽນໃຫຍ່ໃນໄລຍະຈະມາເຖິງ.”
ທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ ຕີລາຄາວາລະຊັກຖາມໃນຕອນເຊົ້າມື້ນີ້ໄດ້ເຕື້ອງເຖິງບັນດາບັນຫາມີລະດັບຍຸດທະສາດ, ມະຫາພາກກ່ຽວຂ້ອງເຖິງສິດອຳນາດ ແລະ ຄວາມຮັບຜິດຊອບຂອງກະຊວງຍຸຕິທຳ ໃນການແກ້ໄຂບັນດາເອກະສານນິຕິກຳ. ທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ ຖືວ່າ:
“ມີບັນດາເອກະສານນິຕິກຳ ເມື່ອໄດ້ຮັບການປະກາດໃຊ້ແລ້ວ, ຫາງສຽງສັງຄົມຊີ້ໃຫ້ເຫັນວ່າ ແມ່ນບໍ່ທັນເໝາະສົມກັບສະພາບຕົວຈິງ, ພວກເຮົາສືບຕໍ່ປັບປຸງ, ເພີ່ມເຕີມ. ສິ່ງດັ່ງກ່າວວາງອອກຄວາມຮັບຜິດຊອບຂອງພວກເຮົາໃນການກວດກາເອກະສານນິຕິກຳ. ທັງແມ່ນການກວດກາມາດຖານດ້ານວິຊາການ, ທັງກວດກາເນື້ອໃນຄຸນນະພາບເອກະສານ, ທັງຮັບປະກັນລັກສະນະຫັນເປັນແນວທາງນະໂຍບາຍ, ແຜນນະໂຍບາຍຂອງພັກ, ທັງຮັບປະກັນປັດໄຈເຊື່ອມໂຍງ. ນີ້ແມ່ນປັດໄຈຮອບດ້ານທີ່ສຸດ.”
ລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ຫວູດຶກດາມ, ລັດຖະມົນຕີກະຊວງພາຍໃນ ຫງວຽນທ໋າຍບິ່ນ ກໍ່ໄດ້ເຂົ້າຮ່ວມການອະພິປາຍເຮັດແຈ້ງບັນດາບັນຫາກ່ຽວຂ້ອງ