ສື່ສານສາກົນຊົມເຊີຍກູບາແລະອາເມລິກາຟື້ນຟູການພົວພັນທາງການທູດ

ສື່ສານສາກົນຊົມເຊີຍກູບາແລະອາເມລິກາຟື້ນຟູການພົວພັນທາງການທູດ - ảnh 1
ພ​ະ​ນັກ​ງານ​ການ​ທູດ ອາ​ເມ​ລິ​ກາ ຊັກ​ທຸງ​ຊາດ​ກູ​ບາ​ຢູ່
​ສຳ​ນັກ​ງານສະ​ຖານ​ທ​ູດ​ອາ​ເມ​ລິ​ກາ



(vovworld)-ວັນ​ທີ 21/7 ​ສື່​ສານ​ອາ​ເມ​ລິ​ກາ ແລະ ຫລາຍ​ປະ​ເທດ ອາ​ເມ​ລິ​ກາ​ລາ​ຕີນ  ສືບ​ຕໍ່​ໃຫ້​ຂ່າວ​ກ່ຽວ​ກັບ​ເຫດ​ການ​ທີ່ ອາ​ເມ​ລິ​ກາ ແລະ ກູ​ບາ ຟື້ນ​ຟູ​ການ​ພ​ົວ​ພັນ​ທາງ​ການ​ທູດ​ຢ່າງ​ເປັນ​ທາງ​ການ ດ້ວຍ​ເລື່ອງ​ເປີດ​ປະ​ຕູ​ສະ​ຖານ​ທູ​ດ​ຢູ່​ນະ​ຄອນ​ຫລວງ ແຕ່​ລະ​ປະ​ເທດ​ຄືນ​ໃຫມ່ ພ້ອມ​ທັງ​ເລັ່ງ​ລັດ ວໍ​ຊິງ​ຕັນ ຍົກ​ເລີກ​ບັນ​ດາ​ມາດ​ຕະ​ການ​ປິດ​ລ້ອມ​ຂວ້ຳ​ບາດ ລາ​ຮາ​ວານ. ຫນັງ​ສື​ພິມ New Yok Times ຂອ​ງ​ອາ​ເມ​ລິ​ກາ ໄດ້​ລົງ​ພິມ​ບົດ​ນຳ​ຊົມ​ເຊີຍ​ເຫດ​ການ​ປະ​ຫວັດ​ສາດ​ໃນ​ການ​ພົວ​ພັນ​ດ້ານ​ການ​ທູດ ລະ​ຫວ່າງ​ສອງ​ປະ​ເທດ ແລະ ຖື​ວ່າ ນີ້​ແມ່ນ ການ​ປ່ຽນ​ແປງ​ທີ່​ຫຍຸ້ງ​ຍາກ ແລະ ມີ​ລັກ​ສະ​ນະ​ປະ​ຫວັດ​ສາດ.  ສ່ວນ ຫນັງ​ສື​ພິມ La Jornada ຂອງ​ເມ​ຊີກ​ໂກ ໄດ້​ວິ​ຈານ ກ່ຽວ​ກັບ​ເຫດ​ການ​ປະ​ຫວັດ​ສາດນີ້ ດ້ວຍ​ບົດ​ຂຽນ​ທີ່​ມີ​ຫົວ​ຂໍ້​ວ່າ: ບາດ​ກ້າວ​ເດີນ​ທຳ​ອິດ​ມຸ່ງ​ໄປ​ເຖິງ​ການ​ຢຸດ​ຕິຂວ້ຳ​ບາດ.

 

 

 

 

ຂ່າວ/ບົດ​ອື່ນ