ສອນວິຊາຊີບໃຫ້ຄົນງານຊົນນະບົດຕ້ອງຕິດພັນກັບຄວາມຮຽກຮ້ອງຕ້ອງການນຳໃຊ້ຊັບພະຍາກອນມະນຸດ

ສອນວິຊາຊີບໃຫ້ຄົນງານຊົນນະບົດຕ້ອງຕິດພັນກັບຄວາມຮຽກຮ້ອງຕ້ອງການນຳໃຊ້ຊັບພະຍາກອນມະນຸດ - ảnh 1
ການເຜີຍແຜ່ວິທີປູກເຫັດໃຫ້ຄົນງານຊົນນະບົດ
(ພາບປະກອບ)

(vovworld) – ວັນ​ທີ 2/4, ຄະນະຊີ້ນ​ຳ​ແຜນ​ຮ່າງ​ສອນ​ວິຊາ​ຊີບ​ໃຫ້​ແກ່​ຄົນ​ງານ​ຊົນນະບົດ​ໄດ້​ຈັດ​ກອງ​ປະຊຸມ​ປຶກສາ​ຫາລື​ກ່ຽວ​ກັບ​ບັນດາ​ເນື້ອ​ໃນ​ສະ​ເໜີ​ປັບປຸງ​ກົນ​​ໄກ, ນະ​ໂຍບາຍ​ທີ່​ກ່ຽວຂ້ອງ​ເຖິງ​ການ​ສອນ​ວິຊາ​ຊີບ​ໃຫ້​ແກ້​ຄົນ​ງານ​ຊົນນະບົດ. ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ຖື​ວ່າ: ບ້ວງ​ເງິນ​ສະຫງວນ​ໃຫ້​ແກ່​ການ​ບຳລຸງ​ສ້າງ​ຕ້ອງ​ໄດ້​ຮັບ​ການ​ນຳ​ໃຊ້​ຢ່າງ​ມີ​ປະສິດທິ​ຜົນ, ຫຼີກ​ລ້ຽງ​ສະພາບ​ການ​ຟຸມ​ເຟືອຍ, ລົງທຶນ​ຜິດ​ເປົ້າ​ໝາຍ. ຕາມ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ​ແລ້ວ, ບັນດາ​ທ້ອງ​ຖິ່ນ​ຕ້ອງ​ມີ​ປຶ້ມ​ຄູ່​ມືລາຍການ​ສອນ​ຊິ​ຊາ​ຊີບ​ໃຫ້​ແກ່​ຄົນ​ງານ​ຊົນນະບົດ​ເພື່ອ​ແນະນຳ​ຂັ້ນ​ຕອນ​ເປີດ​ຫ້ອງ​ຮຽນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຊີ້​ນຳ​​ໃຫ້ບັນດາ​ທ້ອງ​ຖິ່ນ​ແຕ່ລະ​ປີ​ຕ້ອງ​ກວດກາ​ຄືນ​ບັນດາ ​ບັນຊີອາຊີບ​ບຳລຸງ​ສ້າງ​ໃຫ້​ຄົນ​ງານ​ຊົນນະບົດ, ສຳ​ຫຼວດ​ກວດກາ, ຄວາມ​ຕ້ອງການ​ຮຽນ​ອາຊີບ, ຄວາມ​ຕ້ອງການ​ນຳ​ໃຊ້​ຄົນ​ງານ​ເພື່ອ​ມີ​ບາດກ້າວ​ເໝາະ​ສົມ, ພ້ອມ​ທັງ​ເພີ່ມ​ທະວີ​ວຽກ​ງານ​​ໃຫ້​ຄຳປຶກສາ, ​ໂຄສະນາ​ເຜີຍ​​ແຜ່​ເພື່ອ​ໃຫ້​ປະຊາຊົນ​ພາຍຫຼັງຮຽນ​ວິຊາຊີບ​ແລ້ວ ​ໄດ້​ເຮັດ​ວຽກ​ງານ​ຖືກ​ກັບອາຊີບ​ທີ່​ໄດ້​ຮຽນ​. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ກໍ່​ຮຽກ​ຮ້ອງ​ໃຫ້​ຄະນະ​ຊີ້​ນຳ​ຊຸກຍູ້​ບັນດາ​ທ້ອງ​ຖິ່ນ ສະຫຼຸບ​ສະພາບ​ການ​ຜັນ​ຂະຫຍາຍ​ແຜນ​ຮ່າງ​ກ່ອນວັນ​ທີ 15/5 ​ເພື່ອ​ມີ​ພື້ນຖານ​ສະຫຼຸບລະດັບ​ຊາດ​ໃນ​ເດືອນ 6 ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ