ຂາເຂົ້າ-ຂາອອກຢ່າທ່າກ່ຳປ່ັນ ກາດລາຍ (ພາບປະກອບ/TTXVN)
(vovworld) – ວັນທີ 6/9, ຢູ່ນະຄອນຫລວງ ດູບາຍ ແຫ່ງ ສະຫະລັດອາຣັບເອັມມີເລດ (UAE), ສະຖານທູດ ຫວຽດນາມ ແລະ ກຸ່ມບໍລິສັດໃຫຍ່ການເງິນ Falcom (ອັງກິດ) ລົງນາມໃນສັນຍາຮ່ວມມື ເພື່ອແນໃສ່ຊຸກຍູ້ການຄ້າ 2 ສົ້ນລະຫວ່າງ ຫວຽດນາມ ແລະ ພາກພື້ນຕາເວັນອອກກາງ ໂດຍຜ່ານການຕອບສະໜອງບັນດາການບໍລິການ, ມາດຕະການການເງິນຂອງ Falcom. 2 ຝ່າຍພ້ອມກັນສ້າງ ແລະ ສຳເລັດແຜນການດຳເນີນງານ ເພື່ອຜັນຂະຫຍາຍສັນຍາໃນເດືອນ 10 ຈະມາເຖິງ, ລວມມີການສຳພັດ, ແລກປ່ຽນ, ເຊື່ອມຕໍ່ Falcom ກັບບັນດາສຳນັກງານ, ອົງການ, ສະຫະສະມາຄົມ, ວິສາຫະກິດຂອງ ຫວຽດນາມ ແລະ ບັນດາຂໍ້ມູນຂ່າວໃນຕະຫລາດເໝາະສົມ ກໍຄືບັນດາການເຄື່ອນໄຫວສົ່ງເສີມການຄ້າອື່ນໆ. ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ UAE ຟ້າມບິ່ງດ່າມ ໃຫ້ຂໍ້ສັງເກດວ່າ: UAE ແມ່ນຕະຫລາດຍຸດທະສາດຢູ່ພາກພື້ນຕາເວັນອອກກາງ ແລະ ແມ່ນທາງຜ່ານຂົນສົ່ງສິນຄ້າໃຫຍ່ລະຫວ່າງບັນດາທະວີບ, ແມ່ນປະຕູ ເພື່ອໃຫ້ສິນຄ້າ ຫວຽດນາມ ແຊກຊຶມເຂົ້າຕະຫລາດຕ່າງໆ.