ສະຖານທູດຫວຽດນາມປະຈຳອານເຊຣີຈັດລາຍການສົ່ງເສີມການຄ້າແລະການລົງທຶນຢູ່ແຂວງ Mostagane
(VOVWORLD) - ໃນລະຫວ່າງວັນທີ 17 – 19 ມິຖຸນາ, ສະຖານທູດຫວຽດນາມ ປະຈຳອານເຊຣີ ໄດ້ຈັດລາຍການ ສົ່ງເສີມການຄ້າ ແລະ ການລົງທຶນຢູ່ແຂວງ Mostaganem, ເຊິ່ງແມ່ນທ້ອງຖິ່ນຢູ່ທາງທິດຕາເວັນຕົກອານເຊຣີ.
ສະຖານທູດຫວຽດນາມປະຈຳອານເຊຣີຈັດລາຍການສົ່ງເສີມການຄ້າແລະການລົງທຶນຢູ່ແຂວງ Mostagane
(ພາບ: baocongthuong.com.vn)
|
ໃນຂອບເຂດລາຍການ, ວັນທີ 17 ມິຖຸນາ, ທ່ານເອກອັກຄະລັດຖະທູດ ຟ້າມກ໋ວກຈູ ໄດ້ເຂົ້າຮ່ວມກອງປະຊຸມສຳມະນາ ດ້ວຍການເຂົ້າຮ່ວມຂອງວິສາຫະກິດປະມານ 50 ແຫ່ງ ໃນຫຼາຍຂົງເຂດທີ່ແຕກຕ່າງກັນ, ພິເສດແມ່ນຂົງເຂດທ່ອງທ່ຽວ ແລະ ກະສິກຳ… ທີ່ກອງປະຊຸມສຳມະນາ, ທ່ານເອກອັກຄະລັດຖະທູດ ຟ້າມກ໋ວກຈູ ໄດ້ແນະນຳໂດຍສັງລວມກ່ຽວກັບບັນດາຜົນງານໃນການພັດທະນາເສດຖະກິດ, ສັງຄົມຂອງຫວຽດນາມ, ພິເສດແມ່ນບັນດາທ່າແຮງທາງດ້ານເສດຖະກິດ ແລະ ບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ ແນໃສ່ເພີ່ມທະວີການຮ່ວມມືລະຫວ່າງ 2 ຝ່າຍ, ພິເສດແມ່ນໃນຂົງເຂດການທ່ອງທ່ຽວ, ການບໍລິການ ແລະ ກະສິກຳ.
ວັນທີ 18 ມິຖຸນາ, ທ່ານເອກອັກຄະລັດທູດ ຟ້າມກ໋ວກຈູ ໄດ້ມີການພົບປະ ແລະ ເຮັດວຽກກັບເຈົ້າແຂວງແຂວງ Mostaganem.