ສະຖານທູດອັງກິດ ປະຈຳອີຢິບ ຕ້ອງອັດປະຕູ ຍ້ອນບໍ່ຮັບປະກັນຄວາມສະຫງົບປອດໄພ
(ພາບປະກອບ: Reuters)
(vovworld) – ຫ້ອງການບໍລິການແຫ່ງລັດຂອງສະຖານທູດອັງກິດ ປະຈຳອີຢິບ ຕ້ອງອັດປະຕູໃນວັນທີ 07/12 ຍ້ອນບໍ່ຮັບປະກັນຄວາມສະຫງົບປອດໄພ ແລະ ຍັງບໍ່ທັນຮູ້ເວລາຈະເປີດປະຕູຄືນໃໝ່. ທ່ານເອກອັກຄະລັດຖະທູດອັງກິດ ປະຈຳອີຢິບ John Casson ຖະແຫຼງວ່າ, ສະຖານທູດພວມປຶກສາຫາລືກັບລັດຖະບານອີຢິບ ເພື່ອສາມາດເປີດປະຕູຫ້ອງການດັ່ງກ່າວຄືນໃໝ່ໂດຍໄວ, ພ້ອມທັງຢືນຢັນວ່າ ສະຖານທູດອັງກິດປະຈຳ Alexandria ຍັງເຄື່ອນໄຫວເປັນປົກກະຕິ. ໃນຂະນະນັ້ນ, ກະຊວງການຕ່າງປະເທດອີຢິບ ໃຫ້ຮູ້ວ່າ ການກະທຳດັ່ງກ່າວຂອງອັງກິດ ແມ່ນ “ມາດຕະການປ້ອງກັນ” ເພື່ອຮັບປະກັນຄວາມສະຫງົບປອດໄພ, ແຕ່ບໍ່ໃຫ້ຮູ້ລາຍລະອຽດເທື່ອ. ກະຊວງການຕ່າງປະເທດອັງກິດ ໃຫ້ຂໍ້ສັງເກດວ່າ ບັນດາການປຸກໂຈມຕີຢູ່ອີຢິບ ສ່ວນຫຼາຍແມ່ນແນໃສ່ກຳລັງປ້ອງກັນຄວາມສະຫງົບ ແລະ ສຳນັກງານລັດຖະບານ, ແຕ່ກໍ່ຕັກເຕືອນນັກທ່ອງທ່ຽວອັງກິດ ບໍ່ຄວນໄປເຖິງເຂດຂາດສະຖຽນລະພາບຢູ່ທິດເໜືອ Sinai ທີ່ຕິດພັນກັບເຂດຊາຍແດນ ອິດສຣາແອນ ແລະ ຕ້ອງຫ່າງຈາກເຂດຊາຍແດນຕິດກັບລີບີ 50 ກມ.