ສະຖານທູດ ຫວຽດນາມ ປະຈຳ ສະຫະພັນລັດເຊຍ ພົບປະສັງສັນຊົມເຊີຍລະດູບານໃໝ່ປີຈໍ 2018

(VOVWORLD) - ທ່ານ ໂງດຶກແມ້ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສະຫະພັນລັດເຊຍ ເນັ້ນໜັກວ່າ ປີ 2017,  ຫວຽດນາມ ບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງດ້ານການເມືອງ, ການຕ່າງປະເທດ, ເສດຖະກິດ.

ສະຖານທູດ ຫວຽດນາມ ປະຈຳ ສະຫະພັນລັດເຊຍ ພົບປະສັງສັນຊົມເຊີຍລະດູບານໃໝ່ປີຈໍ 2018 - ảnh 1 ງານລ້ຽງໂດຍ ສະຖານທູດ ຫວຽດນາມ ປະຈຳ ລັດເຊຍ ຈັດຕັ້ງ

(ພາບ: Thành Phương / VOV Moscow)

ຕອນຄ່ຳວັນທີ 14 ກຸມພາ, ສະຖານທູດ ຫວຽດນາມ ປະຈຳ ສະຫະພັນລັດເຊຍ ໄດ້ຈັດຕັ້ງງານລ້ຽງສົ່ງທ້າຍປີເກົ່າ ສະຫງວນໃຫ້ແກ່ພໍ່ແມ່ປະຊາຊົນຊາວ ຫວຽດນາມ ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ສະຫະພັນລັດເຊຍ. ກ່າວຄຳເຫັນນະທີ່ນີ້, ທ່ານ ໂງດຶກແມ້ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສະຫະພັນລັດເຊຍ ເນັ້ນໜັກວ່າ ປີ 2017,  ຫວຽດນາມ ບັນລຸໄດ້ບັນດາຜົນງານອັນໃຫຍ່ຫຼວງດ້ານການເມືອງ, ການຕ່າງປະເທດ, ເສດຖະກິດ. ທ່ານເອກອັກຄະລັດຖະທູດ ໂງດຶກແມ້ງ ຕີລາຄາສູງບົດບາດຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ສະຫະພັນລັດເຊຍ ໄດ້ປະກອບສ່ວນເພີ່ມພຸນຄຸນສ້າງໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານຫວຽດນາມ  - ສະຫະພັນລັດເຊຍ.

        ເນື່ອງໃນໂອກາດປີໃໝ່ 2018 ແລະ ບຸນປີໃໝ່ປະຈຳຊາດ, ບັນດາຜູ້ເຂົ້າຮ່ວມງານບຸນກໍ່ໄດ້ຮັບປະທານບັນດາເຍື່ອງອາຫານທີ່ເປັນມູນເຊື້ອໃນໂອກາດບຸນເຕັດຂອງຊາດ ຫວຽດນາມ ແລະ ບັນດາລາຍການສິລະປະ.

ຕອບກັບ

ຂ່າວ/ບົດ​ອື່ນ