ສະຖາບັນການເມືອງແຫ່ງຊາດ2ປະເທດຫວຽດນາມ-ລາວແລກປ່ຽນບົດຮຽນ
ກອງປະຊຸມສຳມະນາວິທະຍາສາດ
(vovworld) - ວັນທີ 9/12, ທີ່ນະຄອນຫຼວງວຽງຈັນ ປະເທດລາວ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິນ ແລະ ສາຖະບັນການເມືອງ ການປົກຄອງແຫ່ງຊາດລາວ ໄດ້ຈັດຕັ້ງກອງປະຊຸມສຳມະນາວິທະຍາສາດດ້ວຍຫົວຂໍ້ວ່າ: “ທັດສະ ນະຂອງພັກກອມມູນນິດ ຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ ກ່ຽວກັບການສຶກສາ, ການບຳລຸງສ້າງພະນັກງານການນຳ ແລະ ຄຸ້ມຄອງໄລຍະປະຈຸບັນ”. ຄະນະຜູ້ແທນສະຖາບັນການເມືອງແຫ່ງຊາດໂຮ່ຈິມິນ ໂດຍທ່ານ ຕ້າງອກເຕິນ, ຜູ້ອຳນວຍການສະຖາບັນ ນຳໜ້າ. ຄະນະຜູ້ແທນລາວ ໂດຍທ່ານ ທອງສາລິດ ມັງໜໍ່ເມກ, ຜູ້ອຳນວຍການສະຖາບັນການເມືອງ ການປົກຄອງແຫ່ງຊາດລາວ ນຳໜ້າ, ພ້ອມກັບຜູ້ຕາງໜ້າການນຳບັນດາຄະນະພັກທີ່ກ່ຽວຂ້ອງ ແລະ ບັນດານັກວິທະຍາສາດລາວ. ກອງປະຊຸມສຳມະນາສຸມໃສ່ເຂົ້າໃນບັນດາບັນຫາກ່ຽວກັບທິດສະດີກໍ່ຄືພຶດຕິກຳຕົວຈິງວຽກງານການສຶກສາ, ການບຳລຸງສ້າງພະນັກງານການນຳ, ການຄຸ້ມຄອງຂອງຫວຽດນາມ ແລະ ລາວ ໃນສະພາບການປະຈຸບັນຄື: ທັດສະນະຂອງພັກກອມມູນິດຫວຽດນາມ ກ່ຽວກັບວຽກງານພະນັກງານ ແລະ ການສຶກສາ, ການບຳລຸງສ້າງພະນັກງານໃນໄລຍະປະຕິວັດປະຈຸບັນ; ທັດສະນະ, ແນວທາງ ແລະ ແຜນນະໂຍບາຍຂອງພັກ ແລະ ລັດລາວ ກ່ຽວກັບຖັນແຖວພະນັກງານການນຳ; ບາງບັນຫາພື້ນຖານ ກ່ຽວກັບການສຶກສາ, ບຳລຸງສ້າງພະນັກງານການນຳ, ການຄຸ້ມຄອງຈາກບົດຮຽນຂອງພັກກອມມູນິດຫວຽດນາມ; ຂອງພັກປະຊາຊົນປະຕິວັດລາວ.