ສະຖາບັນມະຫາບັນດິດວິທະຍາສາດສັງຄົມ ຫວຽດນາມ ແລະ ສະຖາບັນ ວິທະຍາສາດສັງຄົມແຫ່ງຊາດລາວ ຊຸກຍູ້ການຮ່ວມມື
ຄະນະຜູ້ແທນສະຖາບັນມະຫາບັນດິດວິທະຍາສາດສັງຄົມຫວຽດນາມ
(ພາບ: Vietnam+)
(vovworld) - ໃນການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ໃນລະຫວ່າງວັນທີ 27 – 31 ຕຸລາ, ຕອນບ່າຍວັນທີ 31 ຕຸລາ, ຄະນະຜູ້ແທນສະຖາບັນມະຫາບັນດິດວິທະຍາສາດສັງຄົມຫວຽດນາມ ໂດຍທ່ານສຈ. ດຣ ຫງວຽນຊວນທັ໋ງ, ກຳມະການສູນກາງພັກ, ປະທານສະຖາບັນນຳໜ້າ ໄດ້ມີການເຮັດວຽກກັບສະຖາບັນວິທະຍາສາດສັງຄົມແຫ່ງຊາດລາວ ໂດຍທ່ານ ຮອງ ສຈ. ດຣ ທອງສາລິດ ມັງໜໍ່ເມກ ຜູ້ຮັກສາການປະທານສະຖາບັນ ນຳໜ້າ.
ທີ່ການເຮັດວຽກ, 2 ຝ່າຍໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການຂອງແຕ່ລະສະຖາບັນ, ຕີລາຄາສູງໝາກຜົນການຮ່ວມມືລະຫວ່າງ 2 ສະຖາບັນໃນໄລຍະຜ່ານມາ. ເລື່ອງ 2 ຝ່າຍແລກປ່ຽນຄະນະຜູ້ແທນ, ແລກປ່ຽນດ້ານຂໍ້ມູນ ບໍ່ພຽງແຕ່ປະກອບສ່ວນຊ່ວຍໃຫ້ພະນັກງານທັງ 2 ສະຖານບັນເຂົ້າໃຈກັນກວ່າເທົ່ານັ້ນ, ຫາກຍັງຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນການສ້າງຫົວເລື່ອງຢ່າງມີປະສິດທິຜົນອີກດ້ວຍ. ໃນໄລຍະຈະມາເຖິງ, 2 ຝ່າຍສືບຕໍ່ຊຸກຍູ້ການຮ່ວມມືດ້ານວິທະຍາສາດ ແລະ ທິດສະດີດ້ານການເມືອງ ເພື່ອສະໜອງວິທະຍາສາດໃຫ້ແກ່ພັກ ແລະ ລັດຂອງແຕ່ລະປະເທດໃນການວາງທິດທາງ, ນະໂຍບາຍ; ເສີມຂະຫຍາຍບັນດາໝາກຜົນແຫ່ງການຮ່ວມມືສາກົນທີ່ບັນລຸໄດ້ກວ່າອີກ, ປະກອບສ່ວນສ້າງ ແລະ ພັດນາການພົວພັນມິດຕະພາບແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວ.