(ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ມອບນາມມະຍົດ
ວິລະຊົນແຮງງານໃຫ້ໝູ່ຄະນະສະຖາບັນເລືອດສາດ-ສົ່ງເລືອດສູນກາງ)
(vovworld) – ວັນທີ 27/12, ຢູ່ຮ່າໂນ້ຍ, ສະຖາບັນເລືອດສາດ - ສົ່ງເລືອດສູນກາງ (ກະຊວງສາທາລະນະສຸກ) ຈັດຕັ້ງພິທີສະເຫຼີມສະຫຼອງ 31 ປີແຫ່ງວັນສ້າງຕັ້ງຂອງຕົນ (31/12/1984 – 31/12/2015). ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ເຂົ້າຮ່ວມ ແລະ ມອບນາມມະຍົດວິລະຊົນແຮງງານໃຫ້ໝູ່ຄະນະສະຖາບັນເລືອດສາດ - ສົ່ງເລືອດສູນກາງ; ມອບຫລຽນໄຊແຮງງານຊັ້ນ 1 ໃຫ້ສາດສະດາຈານ - ດຣ ຫງວຽນແອງຈີ໋, ຫົວໜ້າສະຖາບັນເລືອດສາດ - ສົ່ງເລືອດສູນກາງ.
ພາຍຫລັງ 31 ປີແຫ່ງວັນສ້າງຕັ້ງ, ສະຖາບັນເລືອດສາດ - ສົ່ງເລືອດສູນກາງ ໄດ້ກາຍເປັນສະຖາບັນລົງເລິກຂະແໜງເລືອດສາດ - ສົ່ງເລືອດຊັ້ນນຳໃນທົ່ວປະເທດ. ບໍ່ພຽງແຕ່ຮັບປະກັນແຫຼ່ງເລືອດປິ່ນປົວພະຍາດຢູ່ເຂດຕົວເມືອງເທົ່ານັ້ນຫາກຍັງຮັບປະກັນເລືອດໃຫ້ເຂດຫາງໄກສອກຫລີກ, ເຂດຊາຍແດນ, ທະເລໝູ່ເກາະອີກດ້ວຍ.