ສະຖາປັດຕະຍາກຳ ສາສະໜາພຸດ ຫວຽດນາມ - ເປັນເອກະພາບໃນຄວາມຫຼາກຫຼາຍສີສັນ

(VOVWORLD) - ກອງປະຊຸມສຳມະນາວິທະຍາສາດ ລວມມີເກືອບ 70 ບົດທາບທາມຄວາມເຫັນ, ສຸມໃສ່ເນື້ອໃນຕ່າງໆຄື: ສະຖາປັດຕະຍາກຳ ສາສະໜາພຸດ ຫວຽດນາມ ໃນປະຫວັດສາດ.
ສະຖາປັດຕະຍາກຳ ສາສະໜາພຸດ ຫວຽດນາມ - ເປັນເອກະພາບໃນຄວາມຫຼາກຫຼາຍສີສັນ - ảnh 1ການແນະນຳກ່ຽວກັບສະຖາປັດຕະຍາກຳຂອງສາສະໜາພຸດ ຫວຽດນາມ
(ພາບ:giacngo.vn)

 

ສະຖາປັດຕະຍາກຳ ສາສະໜາພຸດ ຫວຽດນາມ - ເປັນເອກະພາບໃນຄວາມຫຼາກຫຼາຍສີສັນ, ນັ້ນແມ່ນຫົວຂໍ້ຂອງກອງປະຊຸມສຳມະນາວິທະຍາສາດໂດຍ ຄະນະວັດທະນະທຳສູນກາງ ສາສະໜາພຸດ ຫວຽດນາມ ສົມທົບກັບສະຖາບັນຄົ້ນຄ້ວາ ສາສະໜາ, ສະຖາບັນອະນຸລັກຮັກສາປູຊະນີຍະສະຖານ, ຫໍພິພິທະພັນປະຫວັດສາດແຫ່ງຊາດ ຈັດຂຶ້ນໃນວັນທີ 15 ເມສາ ຢູ່ຮ່າໂນ້ຍ. ກໍ່ໃນວັນທີ 15 ເມສາ, ຄະນະຈັດຕັ້ງໄດ້ໄຂງານວາງສະແດງ “ສະຖາປັດຕະຍາກຳ ສາສະໜາພຸດ ຫວຽດນາມ - ເປັນເອກະພາບໃນຄວາມຫຼາກຫຼາຍສີສັນ” ຢູ່ຫໍພິພິທະພັນປະຫວັດສາດແຫ່ງຊາດ ທີ່ນະຄອນຫຼວງ ຮ່າໂນ້ຍ.

        ກອງປະຊຸມສຳມະນາວິທະຍາສາດ ລວມມີເກືອບ 70 ບົດທາບທາມຄວາມເຫັນ, ສຸມໃສ່ເນື້ອໃນຕ່າງໆຄື: ສະຖາປັດຕະຍາກຳ ສາສະໜາພຸດ ຫວຽດນາມ ໃນປະຫວັດສາດ. ສະຖາປັດຕະຍາກຳ ຫວຽດນາມ ໃນປະຈຸບັນ. ການກຳນົດທິດ, ວິທີແກ້ໄຂດ້ານສະຖາປັດຕະຍາກຳ ສາສະໜາພຸດ ຫວຽດນາມ…

        ນັບແຕ່ເວລາເຂົ້າມາ ຫວຽດນາມ, ກ່ອນນີ້ປະມານ 2000 ປີ, ສາສະໜາພຸດ ມີການປະສານສົມທົບກັບບັນດາການເຫຼື້ອມໃສຂອງທ້ອງຖິ່ນ ແລະ ກາຍເປັນປັດໄຈສຳຄັນສ້າງເປັນພື້ນຖານວັດທະນະທຳທີ່ເປັນມູນເຊື້ອຂອງ ຫວຽດນາມ. ໃນວິວັດການໂຄສະນາ, ສາສະໜາພຸດ ຄ່ອຍໆກາຍເປັນພື້ນຖານດ້ານວັດຖຸຄື: ລະບົບວັດວາອາຮາມ… ດ້ວຍປະຫວັດສາດແຫ່ງການພັດທະນາ, ສາສະໜາພຸດ ໄດ້ປະໄວ້ສາງມໍລະດົກສະຖາປັດຕະຍາກຳ ສາສະໜາພຸດທີ່ອຸດົມສົມບຸນ, ປະກອບສ່ວນສ້າງສາງມໍລະດົກວັດທະນະທຳ ຫວຽດນາມ ເພີ່ມຄວາມອຸດົມສົມບູນຫຼາຍຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ