ສະພາກາແດງ-ກາຊິກວົງເດືອນແດງສາກົນຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວມະນຸດສະທຳຢູ່ຫວຽດນາມ
ສະພາກາແດງນະຄອນ ໂຮ່ຈີມິນ ມອບຂອງຂວັນໃຫ້ບັນດາຄອບຄົວທຸກຍາກ
(ພາບ: Thế Anh/TTXVN)
(vovworld) – ນັບແຕ່ສ້າງຫ້ອງການຕາງໜ້າຢູ່ຫວຽດນາມ (ປີ 1991) ມາຮອດປະຈຸບັນ, ສະພາກາແດງ - ກາຊິກວົງເດືອນແດງສາກົນ ໄດ້ມີການປະກອບສ່ວນທີ່ຕັ້ງໜ້າຫຼາຍຢ່າງໃຫ້ແກ່ການເຄື່ອນໄຫວມະນຸດສະທຳຢູ່ຫວຽດນາມ. ທ່ານ ຫງວຽນຫາຍເດື່ອງ, ປະທານສະພາກາແດງຫວຽດນາມ ໄດ້ຢືນຢັນຄືດັ່ງກ່າວ ທີ່ການເຮັດວຽກລະຫວ່າງສະພາກາແດງຫວຽດນາມກັບສະພາກາແດງ - ກາຊິກວົງເດືອນແດງສາກົນໃນວັນທີ 21/3 ຢູ່ຮ່າໂນ້ຍ. ທ່ານປະທານ ຫງວຽນຫາຍເດື່ອງ ປາຖະໜາວ່າ, ໃນໄລຍະຈະມາເຖິງ ສະພາກາແດງ - ກາຊິກວົງເດືອນແດງສາກົນ ຈະສືບຕໍ່ເສີມຂະຫຍາຍບົດບາດເປັນຜູ້ປະສານການເຄື່ອນໄຫວໜູນຊ່ວຍມະນຸດສະທຳຢູ່ຫວຽດນາມ. ເອົາໃຈໃສ່ຊ່ວຍເຫຼືອດ້ານເຕັກນິກ, ການເງິນໃຫ້ຂົງເຂດກູ້ຊ່ວຍດ່ວນ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຫຼຸດຜ່ອນຄວາມສ່ຽງ, ສະກັດກັ້ນ ແລະ ຮັບມືກັບໄພພິບັດ…
ທ່ານເລຂາທິການໃຫຍ່ສະພາກາແດງ - ກາຊິກວົງເດືອນແດງສາກົນ Bekele Geleta ຕີລາຄາສູງການສົມທົບກັນຜັນຂະຫຍາຍການເຄື່ອນໄຫວມະນຸດສະທຳຂອງສະພາກາແດງຫວຽດນາມ, ພ້ອມທັງໝັ້ນໝາຍສືບຕໍ່ໜູນຊ່ວຍ, ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກໄພທຳມະຊາດ, ຊ່ວຍຫວຽດນາມ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃນໄລຍະຈະມາເຖິງ.