(VOVWORLD) - ຄະນະໄດ້ມອບຂອງຂວັນໃຫ້ 40 ຄອບຄົວທີ່ເຮືອນຊານຖືກພັງທະລາຍ, ຄອບຄົວລະ 10 ລ້ານດົ່ງ (420 ໂດລາສະຫະລັດ)
ທ່ານນາງ ບຸ່ຍທິຮ່ວາ, ປະທານສູນກາງສະພາກາແດງ ຫວຽດນາມ ໄດ້ລົງຢື້ຢາມຖາມຂ່າວພໍ່ແມ່ປະຊາຊົນ
|
ວັນທີ 13 ສິງຫາ, ທ່ານນາງ ບຸ່ຍທິຮ່ວາ, ປະທານສູນກາງສະພາກາແດງ ຫວຽດນາມ ໄດ້ລົງໄປຕາແສງ ລາວຈ່າຍ ແລະ ໂຮ່ບົນ, ເມືອງ ໝູ່ກາງຈ໋າຍ, ແຂວງ ອຽນບ໋າຍ, ຢື້ຢາມຖາມຂ່າວ, ລະດົມກຳລັງໃຈ, ໜູນຊ່ວຍໃຫ້ບັນດາຄອບຄົວທີ່ຖືກຜົນເສຍຫາຍທີ່ເກີດຈາກເຫດຝົນຕົກໜັກກໍ່ຂຶ້ນໃນໄລຍະຜ່ານມາ.
ຄະນະໄດ້ມອບຂອງຂວັນໃຫ້ 40 ຄອບຄົວທີ່ເຮືອນຊານຖືກພັງທະລາຍ, ຄອບຄົວລະ 10 ລ້ານດົ່ງ (420 ໂດລາສະຫະລັດ). ບັນດາຄອບຄົວທີ່ເຮືອນຖືກເປ່ເພໜັກໄດ້ຮັບບັນດາເຄື່ອງຂອງທີ່ຈຳເປັນສຳລັບຄອບຄົວ. ໄປຄຽງຄູ່ກັບການໜູນຊ່ວຍຂອງສູນກາງສະມາຄົມ, ສະພາກາແດງ ແຂວງອຽນບ໋າຍ ຍັງໜູນຊ່ວຍດ້ວຍເງິນສົດ ແລະ ວັດຖຸໃຫ້ແກ່ບັນດາຄອບຄົວທີ່ເຮືອນຊານຖືກເປ່ເພໜັກ.
ກ່ອນໜ້ານັ້ນ, ສະພາບຝົນຕົກໜັກໃນຕອນຄ່ຳວັນທີ 5 ສິງຫາ ໄດ້ພາໄປເຖິງສະພາບນ້ຳຖ້ວມ, ດິນເຊາະເຈື່ອນ, ສ້າງຄວາມເສຍຫາຍຫຼາຍຢ່າງກ່ຽວກັບຊີດວິດອີນຊີ ແລະ ຊັບສິນຂອງປະຊາຊົນໃນບໍລິເວນເມືອງ ໝູ່ກາງຈ໋າຍ. ທົ່ວເມືອງມີເກືອບ 250 ຄອບຄົວຖືກເສຍຫາຍ, ພ້ອມນັ້ນແມ່ນການເສຍຫາຍກ່ຽວກັບຜົນລະປູກ, ສັດລ້ຽງອື່ນໆອີກ.