ສະພາຄວາມໝັ້ນຄົງສປຊຮັບຮອງເອົາມະຕິຈັດວາງຄຳສັ່ງລົງໂທດໃໝ່ສຳລັບສປປ.ເກົາຫຼີ

ສະພາຄວາມໝັ້ນຄົງສປຊຮັບຮອງເອົາມະຕິຈັດວາງຄຳສັ່ງລົງໂທດໃໝ່ສຳລັບສປປ.ເກົາຫຼີ - ảnh 1
ການ​ຍິງ​ລູກ​ສອນ​ໄຟ​ນຳ​ດາວ​ທຽ​ມ
(ພາບ​ປະ​ກອບ: Reuters)

(vovworld) –​ ວັນ​ທີ 02/03, ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ໄດ້​ເຫັນ​ດີ​ຮັບ​ຮອງ​ເອົາ​ມະ​ຕິ​ໂດຍ​ອາ​ເມ​ລິ​ກາ ສະ​ເໜີ​ແມ່ນ​ເປີດກວ້າງ​​ການ​ລົງ​ໂທດ​ສ​ປ​ປ.ເກົາ​ຫຼີ ທີ່​ກ່ຽວ​ຂ້ອ​ງ​ເຖິງ​​ເຫດ​ທົດ​ລອງ​ນິວ​ເຄຼີຍ​ຄັ້ງ​ທີ 4 ເມື່ອວັນ​ທີ 06/01 ແລະ ການ​ຍິງ​ລູກ​ສອນ​ໄຟ​ນຳ​ດາວ​ທຽ​ມ​​​ເມື່ອ​ວັນ​ທີ 07/02. ​ຕາມ​ມະ​ຕິ​ແລ້ວ, ເປັນ​ຄັ້ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ, ການ​ຂົນ​ສົ່ງ​​ເຄື່ອງ​ຂອງທາງ​ທະ​ເລ​ທຸກ​ໆ​ຖ້ຽວ​ທັງເຂົ້າ​ ແລະ ອອກ​ແດນ​ສປປ.ເກົາ​ຫຼີ ​ລ້ວ​ນ​ແຕ​່ຈະ​ຖື​ກວດ​ກາ. ມະ​ຕິກໍ່​ຫ້າມ​ບັນ​ດາ​ກ່ຳ​ປັ່ນຂອງ​ສ​ປ​ປ.ເກົາ​ຫຼີ ຖືກ​ສົງ​ໄສ​ວ່າ​ຂົນ​ສົ່ງ​ບັນ​ດາ​ສິນ​ຄ້າ​ລະ​ເມີດ​ກົດ​ໝາຍ​ເດີນ​ທາງ​ອອກ​ຈາກ​ບັນ​ດາ​ທ່າ​ກ່ຳ​ປັ່ນ​ໃນ​ທົ່ວ​​ໂລກ, ພ້ອມ​ທັງ​ຮັດ​ແໜ້ນ​ຄຳ​ສັ່ງ​ຄວ້ຳ​ບາດ​ດ້ານ​ອາ​ວຸດ ເພື່ອ​​ກີ​ດ​ຂວາງ​ບັນ​ດາ​ບໍ​ລິ​ສັດ​ສະ​ໜອງ​ອາ​ວຸດ​ປະ​ເພດ​ນ້ອຍ​ເຖິງ​ກັບ​ພຽງ​ຢາງ. ເອ​ກະ​ສານນີ້​ກໍ​ຈັດ​ວາງ​ຄຳ​ສັ່ງ​ຫ້າມ​ສ​ປ​ປ.ເກົາ​ຫຼີ ສົ່ງ​ອອກ ຖ່ານ​ຫີນ, ແຮ່ໂລ​ຫະ, ຄຳ… ພ້ອມ​ທັງ​ຫ້າມ​ບັນ​ດາ​ປະ​ເທດ​ສະ​ໜອງ​ເຊື້ອ​​ໄຟ​ທີ່​ນຳ​ໃຊ້​ໃນ​ຂະ​ແໜງ​ການ​ບິນ​ໃຫ້​ປະ​ເທດນີ້. ໃນ​ຂົງ​ເຂດ​ການ​ເງິນ ແລະ ​ທະ​ນາ​ຄານ, ມະ​ຕິ​ສະ​ບັບ​ໃໝ່​ກໍ​ບັງ​ຄັບ​ໃຫ້​ບັນ​ດາ​ປະ​ເທດ​ຕ້ອງ​ປິດ​ລ້ອມຊັ​ບ​ສົມ​ບັດ​ຂອງ​ບັນ​ດາ​ສ່ວນ​ບຸກ​ຄ​ົນ​ທີ່​ກ່ຽວ​ຂ້ອງ​ເຖິງ​ໂຄງ​ການ​ນິວ​ເຄຼຍ ແລະ ລູກ​ສອນ​ໄຟ​ຂອງ​ພຽງ​ຢາງ…

      ພາຍ​ຫຼັງ​ມະ​ຕິ​ໄດ້​ຮັບ​ການ​ຮັບ​ຮອ​ງ​ເອົາ, ຫຼາຍ​ປະ​ເທດ​ຄື: ອາ​ເມ​ລິ​ກາ, ອັງ​ກິດ ແລະ ສ.ເກົາ​ຫຼີ ໄດ້​ອອກ​ສຽງ​ຊົມ​ເຊີຍ​​ບ້າດ​ກ້າວ​ໃໝ່​ສຸດ​ຂອງ​ສະ​ຫະ​ປະ​ຊາ​ຊາດນີ້. ຈາກ ວໍ​ຊິງ​ຕັນ, ທ່ານ​ປະ​ທາ​ນາ​ທ​ິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama ຖື​ວ່າ, ເອ​ກະ​ສານນີ້​ໄດ້​ສົ່ງ​ສານ​ທີ່​ວ່າ ສ​ປ​ປ.ເກົາ​ຫຼີ ຕ້ອງ​ປະ​ລະ​ໂຄງ​ການ​ນິວ​ເຄຼຍ ແລະ ເລືອກ​ເຟັ້​ນ​ທິດ​ທາງ​ໃໝ່​ເພື່ອ​ນຳ​ມາ​ເຊິ່ງ​ຊີ​ວິດ​ອັນ​ດີ​ງາມກວ່າ​ໃຫ້​ປະ​ຊາ​ຊົນ​ພຽງ​ຢາງ. ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອັງ​ກິດ Philip Hamond ໄດ້​ຊົມ​ເຊີຍ​ເລື່ອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ຮັບ​ຮອງ​ເອົາ​ບັນ​ດາ​ມາດ​ຕະ​ການ​ຢ່າງ​ແຮງ ເພື່ອ​ຮັບ​ມື​ກັບ​ໂຄງ​ການ​ນິວ​ເຄຼຍ​ຂອງ​ສ​ປ​ປ.ເກົາ​ຫຼີ. ໃນ​ຂະ​ນະ​ນັ້ນ, ລັດ​ຖະ​ບານ​ສ.ເກົາ​ຫຼີ ໃຫ້​ຂໍ້​ສັງ​ເກດ​ວ່າ ນີ້​ແມ່ນ​ມະ​ຕິ​ແຂງ​ແຮງ​ທີ່​ສຸດ​ນັບ​ແຕ່​ກ່ອນ​ມາ ​ເລັ່ງ​ໃສ່​ສ​ປ​ປ.ເກົາ​ຫຼີ, ພ້ອມ​ທັງ​ຢືນ​ຢັນ​ຈະ​ສະ​ໜັບ​ສະ​ໜູນ​ເອ​ກະ​ສານ​ສະ​ບັບ​ໃໝ່​ນີ້.

      ໃນ​ເຫດ​ການ​ທີ່ກ່ຽວ​ຂ້ອງ, ສຳ​ນັກ​ຂ່າວ​ສານ Yonhap ຂອງ​ສ.ເກົາ​ຫຼີ ໃຫ້​ຮູ້​ວ່າ, ໃນ​ເວ​ລາ 10 ໂມງ ວັນ​ທີ 03/03, ສ​ປ​ປ.ເກົາ​ຫຼີ ໄດ້​ຍິງ​ລູກ​ສອນ​ໄຟ​ໄລ​ຍະ​ສັ້ນ​ບາງ​ລູກ​ອອກ​ສູ່ເຂດ​ທະ​ເລ​ ທິດ​ຕາ​ເວັນ​ຕົກ​ຂອງ​ປະ​ເທດນີ້.

ຂ່າວ/ບົດ​ອື່ນ