ສະພາຄວາມໝັ້ນຄົງສະຫະປະຊາຊາດກ່າວປະນາມຢ່າງຮຸນແຮງບັນດາເຫດທົດລອງລູກສອນໄຟຂອງສປປ.ເກົາຫຼີ
(ພາບປະກອບ)
(vovworld) - ວັນທີ 06/09 ບັນດາສະມາຊິກສະພາຄວາມໝັ້ນຄົງສະຫະປະຊາຊາດທັງໝົດ ໄດ້ເຫັນດີເປັນເອກະພາບ ຮັບຮອງເອົາຖະແຫຼງການກ່າວປະນາມຢ່າງແຮງບັນດາເຫດທົດລອງລູກສອນໄຟຄັ້ງຫລ້າສຸດຂອງ ສປປ.ເກົາຫຼີ. ຖະແຫຼງການພ້ອມທັງນາບຂູ່ວ່າຈະມີ “ບັນດາມາດຕະການຂັ້ນຕໍ່ໄປ” ສຳລັບ ພຽງຢາງ. ຖະແຫຼງການໃຫ້ຂໍ້ສັງເກດວ່າ ການເຄື່ອນໄຫວທົດລອງລູກສອນໄຟ ຄືແນວນັ້ນ ແມ່ນປະກອບສວ່ນເຂົ້າວິວັດການພັດທະນາບັນດາລະບົບຕິດອາວຸດນິວເຄຼຍຂອງ ສປປ.ເກົາຫຼ ແລະ ີ ເຮັດໃຫ້ຄວາມເຄ່ັງຕຶງໃນພາກພື້ນເພີ່ມຂຶ້ນ. ກ່ອນທີ່ດຳເນີນກອງປະຊຸມລັບຂອງສະພາຄວາມໝັ້ນຄົງ, ຜູ້ຕາງໜ້າຂອງ ຝະລັ່ງ ແລະ ຍີ່ປຸ່ນ ໄດ້ກະຕຸກຊຸກຍູ້ອົງການນີ້ ຕ້ອງມີສານທີ່ແຂງແຮງ ແລະ ຈະແຈ້ງສຳລັບ ພຽງຢາງ.
ກ່ອນໜ້ານັ້ນ, ຕອນເຊົ້າວັນທີ 05/09 ສປປ.ເກົາຫຼີ ໄດ້ຍິງລູກສອນໄຟນຳວິຖີ 3 ລູກອອກສູ່ເຂດທະເລທາງທິດຕາເວັນອອກຂອງປະເທດນີ້. ຕາມກະຊວງປ້ອງກັນປະເທດ ສ.ເກົາຫຼີ ແລ້ວ ນີ້ແມ່ນລູກສອນໄຟ Rodong ໄລຍະກາງ ແລະ ມີໄລຍະຍິງ 1.000 ກມ.