ສະພາຄວາມໝັ້ນຄົງສະຫະປະຊາຊາດຈັດກອງປະຊຸມດ່ວນກ່ຽວກັບສະພາບການຂອງພູພຽງ Golan
(VOVWORLD) - ສະຫະພາບເອີລົບ(EU) ໄດ້ຊີ້ແຈ້ງວ່າ ບັນດາປະເທດສະມາຊິກ EU ຈະບໍ່ຮັບຮອງ ພູພຽງ Golan ແມ່ນເຂດດິນແດນ ຂອງ ອິດສະລາແອັນ.
ກອງປະຊຸມສະພາຄວາມໝັ້ນຄົງສະຫະປະຊາຊາດທີ່ ນີວຢອກ (ພາບ: TTXVN) |
ສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ຈັດກອງປະຊຸມດ່ວນໃນວັນທີ 27 ມີນາ (ຕາມເວລາອາເມລິກາ), ເພື່ອປຶກສາຫາລືກ່ຽວກັບຂໍ້ຕົກລົງຂອງ ວໍຊິງຕັນວ່າ ດ້ວຍການຮັບຮອງພູພຽງ Golan ແມ່ນສ່ວນໜຶ່ງຂອງດິນແດນ ອິດສະລາແອັນ. ທ່ານ Francois Delattre ເອກອັກຄະລັດຖະທູດ ຝລັ່ງ ປະຈຳສະຫະປະຊາຊາດໃຫ້ຮູ້ວ່າ ກອງປະຊຸມກ່ຽວກັບການຕໍ່ກຳນົດເວລາການເຄື່ອນໄຫວຂອງກຳລັງນັກສັງເກດການບໍ່ແຊກແຊງສະຫະປະຊາຊາດຢູ່ Golan (UNDOF) ໄດ້ຫັນປ່ຽນຈາກການປຶກສາຫາລືປິດລັບໄປສູ່ການປຶກສາຫາລືເປີດ, ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງ ຊີຣີ. ສະພາຄວາມໝັ້ນຄົງສະຫະປະຊາຊາດຄາດວ່າຈະບໍ່ອອກຖະແຫຼງການທີ່ ກ່ຽວກັບຂໍ້ຕົກລົງດັ່ງກ່າວຂອງອາເມລິກາຍ້ອນວ່າເອກະສານສະບັບດັ່ງກ່າວຕ້ອງໄດ້ຮັບການເຫັນດີເຫັນພ້ອມຈາກທັງໝົດ15 ປະເທດກຳມະການ ສະພາຄວາມໝັ້ນຄົງສະຫະປະຊາຊາດ, ໃນນັ້ນມີອາເມລິກາ.
ກ່ອນໜ້ານັ້ນ ໃນວັນທີ 26 ມີນາ, ລັດຖະບານ ຊີຣີ ໄດ້ສົ່ງຈົດໝາຍເຖິງຝລັ່ງຊຶ່ງເປັນປະເທດທີ່ພວມດຳລົງຕຳແໜ່ງເປັນປະທານສະພາຄວາມໝັ້ນຄົງສະຫະປະຊາຊາດ, ເພື່ອສະເໜີໃຫ້ອົງການນີ້ຈັດຕັ້ງກອງປະຊຸມດ່ວນ, ພ້ອມທັງເອີ້ນຂໍ້ຕົກລົງຂອງ ອາເມລິກາ ແມ່ນວ່າ ການລະເມີດ ບັນດາມະຕິຂອງ ສະຫະປະຊາຊາດ.
ໃນເຫດການທີ່ກ່ຽວຂ້ອງ, ສະຫະພາບເອີລົບ(EU) ໄດ້ຊີ້ແຈ້ງວ່າ ບັນດາປະເທດສະມາຊິກ EU ຈະບໍ່ຮັບຮອງ ພູພຽງ Golan ແມ່ນເຂດດິນແດນ ຂອງ ອິດສະລາແອັນ.